ຈີນ, ອາຊຽນ ມຸ່ງໄປເຖິງປະຊາຄົມສະໜິດຕິດພັນກ່ວາ

(VOVWORLD) - ວັນທີ 12 ມິຖຸນາ, ກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຢືນຢັນວ່າ:
ຈີນ, ອາຊຽນ ມຸ່ງໄປເຖິງປະຊາຄົມສະໜິດຕິດພັນກ່ວາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi (ພາບ: THX)

ຈີນ ແລະ ບັນດາປະເທດ ອາຊຽນ ຈະເປີດກ້ວາງການຮ່ວມມືໃນຫລາຍຂົງເຂດ, ມຸ່ງໄປເຖິງປະຊາຄົມດ້ວຍຊາຕາກຳຮ່ວມສະໜິດຕິດພັນກ່ວາ. ຄຳຖະແຫຼງດັ່ງກ່າວ ໂດຍທ່ານ ຫວາງອີ ຍົກອອກມາທີ່ການພົບປະເຈລະຈາກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ຢູ່ນະຄອນຫລວງ ປັກກິງ. ທີ່ການພົບປະ, ທ່ານ ຫວາງອີ ຊີ້ແຈ້ງວ່າ: ຈີນ ແລະ ອາຊຽນ ຈະສົມທົບກັນ ຊຸກຍູ້ສ້າງວິໄສທັດຄູ່ຮ່ວມມືຍຸດທະສາດລະຫວ່າງ ຈີນ ແລະ ອາຊຽນ ຮອດປີ 2030, ຈັດຕັັ້ງປີແຫ່ງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ອາຊຽນ - ຈີນ 2018 ແລະ ປະສານສົມທົບລະຫວ່າງຂໍ້ລະເລີ່ມແລວທາງ ແລະ ເສັ້ນທາງກັບແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ ຮອດປີ 2025.

        ສ່ວນທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໃຫ້ຮູ້ວ່າ: ຄະນະເລຂາທິການ ອາຊຽນ ພ້ອມແລ້ວທີ່ຈະສວມບົດບາດມີລັກສະນະສ້າງສັນໃນເລື່ອງເຮັດໃຫ້ການຮ່ວມມືກັບ ຈີນ ເລິກເຊິ່ງໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ການຄ້າ ແລະ ວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ