ຈີນ ແລະ ສິງກະໂປ ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືສອງຝ່າຍ 11 ສະບັບ

(VOVWORLD) - ຕາມໜັງສືພິມ Strait Time, ບັນດາບົດບັນທຶກຊ່ວຍຈຳກວມລວມເອົາບັນດາຂົງເຂດການຮ່ວມມືສອງຝ່າຍຄື ການພັດທະນາການຄ້າ, ເຕັກໂນໂລຢີການເງິນ, ວັດທະນະທຳ, ສິ່ງແວດລ້ອມ, ຂົງເຂດຕົວເມືອງ ກໍ່ຄືຂົງເຂດອື່ນໆ.
ຈີນ ແລະ ສິງກະໂປ ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືສອງຝ່າຍ 11 ສະບັບ - ảnh 1ການເຈລະຈາລະຫວ່າງ ສອງຝ່າຍ

ຕາມສື່ມວນຊົນທ້ອງຖິ່ນໄດ້ອອກຂ່າວ ເມື່ອວັນທີ 12 ພະຈິກແລ້ວ, ປັກກິ່ງ ແລະ ສິງກະໂປ ໄດ້ຮ່ວມລົງນາມໃນບົດບັນທຶກຊ່ວຍຈຳ 11 ສະບັບ ໃນຂອບເຂດການຢ້ຽມຢາມສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ, ພ້ອມນັ້ນກໍ່ໄດ້ຍົກລະດັບຂໍ້ຕົກລົງດ້ານການຄ້າເສລີ ຈີນ - ສິງກະໂປ (CSFTA).

ຕາມໜັງສືພິມ Strait Time, ບັນດາບົດບັນທຶກຊ່ວຍຈຳກວມລວມເອົາບັນດາຂົງເຂດການຮ່ວມມືສອງຝ່າຍຄື ການພັດທະນາການຄ້າ, ເຕັກໂນໂລຢີການເງິນ, ວັດທະນະທຳ, ສິ່ງແວດລ້ອມ, ຂົງເຂດຕົວເມືອງ ກໍ່ຄືຂົງເຂດອື່ນໆ. ຄຽງຄູ່ກັບການລົງນາມບັນດາບົດບັນທຶກຊ່ວຍຈຳ, ສອງຝ່າຍກໍ່ໄດ້ຍົກລະດັບ CSFTA, ຊ່ວຍໃຫ້ການນຳເອົາບັນດາສິນຄ້ານຳເຂົ້າຂອງ ສິງກະໂປ ເຂົ້າ ຈີນ ກາຍເປັນເລື່ອງງ່າຍດາຍກວ່າ ແລະ ເພີ່ມທະວີການອາລັກຂາການລົງທຶນ. ນອກຈາກນັ້ນ, ການປ່ຽນແປງ ກໍ່ເຕື້ອງເຖິງ ບັນດາມາດຕະການແກ້ໄຂດ້ານການຄ້າ, ບັນດາລະບຽບການດ້ານພາສີ ອາກອນ, ພ້ອມດຽວກັນນີ້ກໍ່ແກ້ໄຂບາງບັນຫາໃໝ່ຄື ການປົກປັກຮັກສາສິ່ງແວດລ້ອມ, ການຄ້າເອເລັກໂຕນິກ ແລະ ການແກ່ງແຍ້ງ.

ທ່ານ ຫຼີເຄີສຽນ ກຳລັງຢ້ຽມຢາມສິງກະໂປເປັນຄັ້ງທຳອິດ ໃນຖານະເປັນນາຍົກລັດຖະມົນຕີແຫ່ງ ສປປ ຈີນ ແລະ ຄາດວ່າຈະເຂົ້າຮ່ວມບັນດາເຫດການທີ່ກ່ຽວຂ້ອງເຖິງ ກອງປະຊຸມສຸດຍອດສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 33. ທ່ານຈະເດີນທາງອອກຈາກສິງກະໂປໃນວັນທີ 16 ພະຈິກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ