ຈີນ ແລະ ສປປ.ເກົາຫຼີ ເຫັນດີເປັນເອກະສັນ ຊຸກຍູ້ການພົວພັນ 2 ຝ່າຍ

(VOVWORLD) - ວັນທີ 17 ພະຈິກ, ທູດພິເສດຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ, ທ່ານ ຊຸ່ງຖ້າວ ໄດ້ເຫັນດີເປັນເອກະສັນກັບທ່ານ Choe Ryong Hae ຜູ້ຊ່ວຍວຽກໃກ້ຊິດຂອງການນຳ ສປປ.ເກົາຫຼີ Kim Jong Un ກ່ຽວກັບການຊຸກຍູ້ການພົວພັນ 2 ຝ່າຍໃຫ້ດີງາມກ່ວາ, ໃນສະພາວະທີ່ ພຽງຢາງ ສືບຕໍ່ຢຸດຕິບັນດາການກະທຳນາບຂູ່ຊົວຄາມ.
ຈີນ ແລະ ສປປ.ເກົາຫຼີ ເຫັນດີເປັນເອກະສັນ ຊຸກຍູ້ການພົວພັນ 2 ຝ່າຍ - ảnh 1(ພາບປະກອບ) 

ຂໍ້ຕົກລົງດັ່ງກ່າວ ບັນລຸໄດ້ໃນການພົບປະຢູ່ ພຽງຢາງ ລະຫວ່າງທ່ານ ຊຸ່ງຖ້າວ ຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດ ຄະນະກຳມະການສູນກາງພັກກອມມູນິດ ຈີນ (CPC) ແລະ ທ່ານ Cho Ryong Hae ຮອງປະທານພັກແຮງງານ ສປປ.ເກົາຫຼີ. ຄະນະຕິດຕໍ່ພົວພັນຕ່າງປະເທດ ຄະນະກຳມະການສູນກາງພັກກອມມູນິດ ຈີນ CPC ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ຂັ້ນສູງນີ້ ໄດ້ເຫັນດີເປັນເອກະພາບວ່າ “2 ຝ່າຍຄວນດຳເນີນບັນດາຄວາມມານະພະຍາຍາມລວມ ແນໃສ່ຊຸກຍູ້ການພັດທະນາການພົວພັນລະຫວ່າງ 2 ພັກ, 2 ລັດ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ ຈີນ ແລະ ສປປ.ເກົາຫຼີ”. ພ້ອມກັນນັ້ນ 2 ຝ່າຍກໍ່ປຶກສາຫາລືການພົວພັນ 2 ຝ່າຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ