ຈີນ ແລະ ອາຊຽນ ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດ

(VOVWORLD) - 2 ຝ່າຍໄດ້ເຫັນດີຈະເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ ແລະ ບັນລຸສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ

ຈີນ ແລະ ອາຊຽນ ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດ - ảnh 1

ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ 

(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 7 ພຶດສະພາ, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ໄດ້ພົບປະກັບທ່ານ Lim Jock Hoi, ເລຂາທິການໃຫຍ່ ອາຊຽນ. 2 ຝ່າຍໄດ້ເຫັນດີຈະເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ ແລະ ບັນລຸສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ຢັ້ງຢືນວ່າ: ປັກກິ່ງ ຢຶດໝັ້ນການສະໜັບສະໜູນການສ້າງປະຊາຄົມ ອາຊຽນ ແລະ ສະໜັບສະໜູນ ອາຊຽນ ສວມບົດບາດເປັນໃຈກາງໃນການຮ່ວມມືຢູ່ພາກພື້ນ ແລະ ສ້າງກົນໄກຮ່ວມມືພາກພື້ນຮອບດ້ານ ແລະ ເປີດອົກເປີດໃຈ. ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ  ຖືວ່າ: ໃນສະພາບການເສດຖະກິດໂລກປະຈຸບັນ, ຈີນ ແລະ ອາຊຽນ ຄວນປົກປັກຮັກສາລັດທິ ຫຼາຍຝ່າຍ ແລະ ການຄ້າເສລີ, ຊຸກຍູ້ການຮ່ວມມືພາກພື້ນ ແລະ RCEP ເພື່ອບັນລຸຄວາມກ້າວໜ້າແທດຈິງ.

        ສ່ວນທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ແບ່ງປັນວ່າ: ອາຊຽນພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າກັບ ຈີນ, ດຳເນີນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ຝ່າຍເປັນປະຈຳ, ພ້ອມກັນປົກປ້ອງລະບົບການຄ້າຫຼາຍຝ່າຍໂດຍອີງໃສ່ບັນດາຫຼັກການ, ສະໜັບສະໜູນການລົງນາມ RCEP, ຜ່ານນັ້ນ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ຈີນ ແລະ ບັນດາປະເທດ ອາຊຽນຫຼາຍກ່ວາ, ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນ ແລະ ຄວາມສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ