ຈີນກ່າວເຕືອນການເຈລະຈາດ້ານການຄ້າກັບ ອາເມລິກາ ບໍ່ອາດບັນລຸຄວາມຄືບໜ້າໃນຂະນະຍັງມີການນາບຂູ່

(VOVWORLD) - ວັນທີ 25 ກັນຍາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ປັກກິ່ງ, ທ່ານ ຫວາງຊູເຫວີຍ ໃຫ້ຮູ້ວ່າ: ບັນດາການເຈລະຈາອາດຈະໄດ້ຮັບການເລີ່ມປະຕິບັດຢ່າງຄົບຖ້ວນຄືນໃໝ່ ໄດ້ຫຼືບໍ່...
ຈີນກ່າວເຕືອນການເຈລະຈາດ້ານການຄ້າກັບ ອາເມລິກາ ບໍ່ອາດບັນລຸຄວາມຄືບໜ້າໃນຂະນະຍັງມີການນາບຂູ່ - ảnh 1 ການນຳ ອາເມລິກາ ແລະ ຈີນ

ທ່ານ ຫວາງຊູເຫວີຍ, ຮອງລັດຖະມົນຕີກະຊວງການຄ້າ ຈີນ ຢັ້ງຢືນວ່າ: ບັນດາການເຈລະຈາດ້ານການຄ້າລະຫວ່າງ ຈີນ - ອາເມລິກາ ຍາກທີ່ມີຄວາມຄືບໜ້າເມື່ອ ອາເມລິກາ ນາບຂູ່ລົງໂທດ.

        ວັນທີ 25 ກັນຍາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ປັກກິ່ງ, ທ່ານ ຫວາງຊູເຫວີຍ ໃຫ້ຮູ້ວ່າ: ບັນດາການເຈລະຈາອາດຈະໄດ້ຮັບການເລີ່ມປະຕິບັດຢ່າງຄົບຖ້ວນຄືນໃໝ່ ໄດ້ຫຼືບໍ່ ແມ່ນອີງໃສ່ເຈດຕະນາດີຂອງ ອາເມລິກາ. ຕາມທ່ານແລ້ວ, ບໍ່ອາດເວົ້າໄດ້ວ່າ ບັນດາການປຶກສາຫາລືດ້ານການຄ້າກ່ອນນີ້ແມ່ນບໍ່ມີຜົນປະໂຫຍດ, ແຕ່ ອາເມລິກາ ໄດ້ປະຕິເສດຂໍ້ຕົກລົງສອງຝ່າຍບໍ່ເປັນທາງການກັບຈີນ. ຈີນ ຕ້ອງໂຕ້ຕອບ ອາເມລິກາ ໃນສົງຄາມດ້ານການຄ້າພວມປິນຂັ້ນໄດ.

        ກ່ອນໜ້ານັ້ນ, ວັນທີ 24 ກັນຍາ, ຈີນ ໄດ້ສະເໜີປຶ້ມປົກຂາວກ່ຽວກັບການພົວພັນດ້ານການຄ້າ ແລະ ເສດຖະກິດກັບອາເມລິກາ, ໃນນັ້ນຖືວ່າ ອາເມລິກາ ພວມນຳໃຊ້ບັນດາຂໍ້ກ່າວຫາບໍ່ມີຄວາມຈິງກ່ຽວກັບດ້ານການຄ້າ ເພື່ອນາບຂູ່ບັນດາປະເທດອື່ນໃນສະພາບການສົງຄາມດ້ານພາສີລະຫວ່າງສອງປະເທດມະຫາອຳນາດແຖວໜ້າຂອງໂລກພວມນັບມື້ນັບປິນຂັ້ນໄດ. ປະຈຸບັນ, ຍັງບໍ່ທັນຮູ້ວ່າ ເວລາໃດເຈົ້າໜ້າທີ່ ອາເມລິກາ ແລະ ຈີນ ຈະເຊື່ອມຕໍ່ການເຈລະຈາດ້ານການຄ້າຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ