ຈີນຖະແຫຼງທົດລອງອາວຸດໃໝ່ເພື່ອໂຕ້ຕອບເລື່ອງອາເມລິກາຜັນຂະຫຍາຍ THAAD

ຈີນຖະແຫຼງທົດລອງອາວຸດໃໝ່ເພື່ອໂຕ້ຕອບເລື່ອງອາເມລິກາຜັນຂະຫຍາຍ THAAD - ảnh 1
ລະ​ບົບ​ປ້ອ​ງ​ກັນ​ລູກ​ສອນ​ໄຟ​ໄລ​ຍະ​ສູງ​ສຸດ​ທ້າຍ (THAAD) 
(ພາບ: Yonhap TTXVN)

(vovworld) - ໃນ​ການ​ກະ​ທຳ​ເຊິ່ງ​ໄດ້​ຮັບ​ຖື​ວ່າເພື່ອ​ໂຕ້​ຕອບ​ເລື່ອງ​ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ລະ​ບົບ​ປ້ອ​ງ​ກັນ​ລູກ​ສອນ​ໄຟ​ໄລ​ຍະ​ສູງ​ສຸດ​ທ້າຍ (THAAD) ຢູ່​ສ.ເກົາ​ຫຼີ, ວັນ​ທີ 27/04, ກະ​ຊວງ​ປ້​ອງ​ກັນ​ປະ​ເທດ​ຈີນ ແຈ້ງ​ໃຫ້​ຮູ້ວ່າ, ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຍິງ​ລູກ​ປືນ​ແທ້ 5 ຄັ້ງ ແລະ ທົດ​ລອງ​ບັນ​ດາ​​ອຸ​ປະ​ກອນ​ການ​ທະ​ຫານ​ໃໝ່ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ແຫ່ງ​ຊາດ, ກໍ່​ຄື​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ຄຳ​ຖະ​ແຫຼງ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ ພາຍ​ຫຼັງ​ໃນ​ວັນ​ດຽວ​ກັນ​ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ ໄດ້​ເຫັນ​ດີເປັນ​ເອ​ກະ​ສັນ​ກ່ຽວ​ກັບ “ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ໄວ” ແນ​ໃສ່​ສ​ປ​ປ.ເກົາ​ຫຼີ ໃນ​ກໍ​ລະ​ນີ​ພຽງ​ຢາງ ມີ​ການ​ກະ​ທຳ​ເກາະ​ຜິດ​ຕື່ມ​ອີກ. ສ.ເກົາ​ຫຼີ ກໍ​ໃຫ້​ຮູ້​ວ່າ, ເລື່ອງ​ຜັນ​ຂະ​ຫຍາຍ THAAD ຍັງ​​ຄົງດຳ​ເນ​ີນ​ໄປ​ຢ່າງ​ສະ​ດວກ, ໂດຍບໍ່​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ກໍ​ຄື​ຈາກ​ປະ​ເທດ​ບ້ານ​ໃກ້​ເຮືອ​ນ​ຄຽງ​ຈີນ. ຕາມ​ປັກ​ກິງ ແລ້ວ, ​ລະ​ບົບ radar ທັນ​ສ​ະ​ໄໝ​ຂອງ THAAD ມີ​ຄວາມສາ​ມາດ​ແຊກ​ຊຶມ​​ເລິກເຂົ້າ​ຜືນ​ແຜນ​ດິນ​ຂອງ​ປະ​ເທດນີ້​ ກໍ​ຄືກໍ່​ຜົ​ນ​ສະ​ທ້ອນ​ບໍ່​ດີເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ​ແຫ່ງ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ