ຈີນຖືເປັນສຳຄັນທີ່ສຸດການພັດທະນາສາຍພົວພັນມິດຕະພາບກັບຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງປົວ
ຈີນຖືເປັນສຳຄັນທີ່ສຸດການພັດທະນາສາຍພົວພັນມິດຕະພາບກັບຫວຽດນາມ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງປົວ 

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ຈີນຄວນເພີ່ມທະວີການພົວພັນແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງ 2 ປະເທດຢ່າງເທົາທີ່ຄວນບົນພື້ນຖານເຄົາລົບກົດໝາຍສາກົນ.

     ສ່ວນ ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງປົວ ເນັ້ນໜັກວ່າ ພັກ, ລັດຖະບານຈີນຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບກັບຫວຽດນາມ. ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງປົວ ຫວັງວ່າ ໃນໄລຍະທີ່ຈະມາເຖິງ, 2 ປະເທດຈະສືບຕໍ່ພົບປະແລກປ່ຽນຂັ້ນສູງ, ຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ