ຈີນຢືດໝັ້ນການປະຕິຮູບເປີດປະຕູຢ່າງເລິກເຊິ່ງກວ້າງຂວາງ,ຮອບດ້ານ

ຈີນຢືດໝັ້ນການປະຕິຮູບເປີດປະຕູຢ່າງເລິກເຊິ່ງກວ້າງຂວາງ,ຮອບດ້ານ - ảnh 1
ທ່ານ ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຈີນ
ພາບ:internet

(vovworld)-​ຕອນ​ຄ່ຳ​ວັນ​ທີ 30/9, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ຢູ່ ປັກ​ກີງ, ລັດ​ຖະ​ບານ ຈີນ ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ຂ່ຳ​ນັບ​ຊົມ​ເຊີຍ 65 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ​ປະ​ເທດ​ ສ​ປ​ ຈີນ(1/10/1949-1/10/2014). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຖື​ວ່າ: ໃນ 65 ປີ​ຜ່ານ​ມາ, ຈີນ​ຈາກ​ ລັດ​ທິ​ຊົນ​ຊາດ​ກ້າວ​ຂຶ້ນ​ລັດ​ທິສັງ​ຄົມ​ນິ​ຍົມ ແລະ ເປີດ​ຊ່ອງທາງ​ສັງ​ຄົມ​ນິ​ຍົມທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຈີນ, ເຮັດ​ໃຫ້​ລັດ​ທິ​ສັງ​ຄົມ​ນິ​ຍົມ - ອຸ​ດົ​ມ​ຄະ​ຕີ​ອັນ​ດີ​ງາມ​ຂອງ​ສັງ​ຄົມ​ມະ​ນຸດຢູ່​ເຂດ​ດິນ​ແດນ​ອັນ​ກວ້​າງ​ໃຫຍ່​ຂອງ​ຈີນ ທີ່​ມີ​ມາ​ແຕ່​ດົນ​ນານ ກາຍ​ເປັນ​ຊ່ອງ​ທາງ​ສຳ​ເລັດ​ຜົນ ແລະ ລະ​ບົບ​ລະ​ບອບມ​ີພະ​ລັງ​ຊີ​ວິດແຂງ​ແຮງ​. ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ຫນັກ​ວ່າ: ມຸ່ງ​ໄປ​ສູ່​ອະ​ນາ​ຄົດ, ຈີນ ຕ້ອງ​ຢືດ​ໝັ້ນ​ກໍ່​ສ້າງ​ພັກ​ກອມ​ມູ​ນິດ ຈີນ​ເປັນ​ຢ່າງ​ດີ,   ພັກ​ຕ້ອງຄຸ້ມ​ຄອງ​ພັກ, ປັບ​ໄຫມ​ພັກ, ເພີ່ມ​ທະ​ວີວຽກ​ງານ​ພັກ​ ຕ​ອ້ງ​ຮັກ​ສາ​ພັກໃຫ້​ປອດ​ໄສ, ປ່ຽນ​ໃຫມ່​ດ້ວຍ​ຕົນ​ເອງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ຕົນ, ບໍ່​ລັ່ງ​ເລ​ໃຈ ແລະ ໃກ້​ຊິດ​ຕິດ​ແທດ​ກັບ​ມະ​ຫາ​ຊົນ​ຕະ​ຫລອດ​ໄປ.

 

 

 

ຂ່າວ/ບົດ​ອື່ນ