ຈີນສະເໜີຖະແຫຼງການໃຫ້ຄຳໝັ້ນສັນຍາກັບອາຊຽນກ່ຽວກັບການຂັດແຍ້ງຜືນແຜ່ນດິນ

ຈີນສະເໜີຖະແຫຼງການໃຫ້ຄຳໝັ້ນສັນຍາກັບອາຊຽນກ່ຽວກັບການຂັດແຍ້ງຜືນແຜ່ນດິນ - ảnh 1
ກອງປະຊຸມເຈົ້າໜ້າທີ່ການທູດຂັ້ນສູງ ອາຊຽນ - ຈີນ ຢູ່ກອງປະຊຸມ
(ພາບ: AFP/TTXVN)

(vovworld) – ໜັງສືພິມ​ລາຍ​ວັນ “Straits Times” ຂອງ​ສິງ​ກະ​​ໂປ​ໃນ​ວັນ​ທີ 29/4 ​ໃຫ້​ຮູ້​ວ່າ: ຍ້ອນ​ຂາດ​ຂໍ້​ຕົກລົງ​ໜຶ່ງ​ທີ່​ມີລັກສະນະ​ຜຸກ​ມັດ​ກ່ຽວ​ກັບ​ວິທີ​ຄວບ​ຄຸມການ​ຂັດ​​ແຍ້​ງຜືນ​ແຜ່ນ​ດິນ​ຢູ່​ທະ​ເລ​ຕາ​ເວ​ັນອອກ ລະຫວ່າງ ຈີນ ​ແລະ ອາ​ຊຽນ, ປັກ​ກິ​ງ ​ໄດ້​ສະ​ເໜີ​ບັນດາ​ຝ່າຍ​ອອກ​ຖະ​ແຫຼ​ງການ​ຮ່ວມ​​ໃຫ້ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາ​ຫຼັກການ​ຂອງ​ຂໍ້​ຕົກລົງ​ກ່ອນ​ນັ້ນ, ​​ເຊິ່ງລວມມີ​ເລື່ອງ​ຈຳກັດ​ ​ ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ. ຖະ​ແຫຼ​ງການ​ດັ່ງກ່າວ​ກໍ່​ສ່ອງ​ແສງ​ຫຼາຍຫຼັກການ​ໃນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ປີ 2002, ​ເຊິ່ງ​ແມ່ນ​ຕົກລົງ​ທີ່​ຈີນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ​​ໄດ້ເຊັນກັນ​ແລ້ວ, ຢັ້ງຢືນ​ທຸ​ກໆ​ຝ່າຍ​ຕ້ອງ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ໂດຍສັນຕິ ​ແລະ ຫລີກ​ລ້ຽງ​ບໍ່​ໃຫ້​ສະພາບ​ມີ​ຄວາມ​ສັບສົນ ​ແລະ ​ເຄັ່ງ​ຕຶງ​ປິນ​ຂັ້ນ​ໄດ.

        ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ປະຊຸມຂ່າວ​ທີ່​ແກ່ຍາວ​​ເປັນ​ເວລາ 2 ວັນ​ຄື 17 – 18/4, ຢູ່ ສິງ​ກະ​ໂປ​ລະຫວ່າງ​ບັນດາ​ນັກ​ການ​ທູ​ດ ຈີນ ​ແລະ ອາ​ຊຽນ, ທ່ານ ຫຼິວ​ເຈິ​ງໝິງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຈີນ, ​ໃຫ້​ຮູ້​ວ່າ: ຂໍ້​ສະ​ເໜີ​ນີ້​ແມ່ນ​ຈຳ​ເປັນ​ສຳລັບ​ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ເພື່ອ​ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ກັບ DOC. ກອງ​ປະຊຸມ​ລະຫວ່າງ​ບັນດາ​ນັກ​ການ​ທູດ ຈີນ - ອາ​ຊຽນ ຖືກ​ດຳ​ເນີນ​ຢູ່​ສິງ​ກາ​ໂປ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່​ຜູ້​ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ ສິງ​ກາ​ໂປ Chee Wee Kiong ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫຼິວ​ເຈິ​ງໝິງ ​ເປັນ​ປະທານ​ຮ່ວມ, ​ໄດ້ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ​ນຳ​ໃຊ້​ບັນດາ​ຂໍ້​​ແນ​ະນຳຂອງ DOC ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ ອາ​ຊຽນ - ຈີນ.


ຂ່າວ/ບົດ​ອື່ນ