ຈີນສະໜັບສະໜູນບົດບາດເປັນເຈົ້າພາທາງຂອງອາຊຽນໃນການເຈລະຈາ RCEP

(VOVWORLD) -ວັນທີ 09 ມີນາ, ທ່ານຮອງລັດຖະມົນຕີກະຊວງການຄ້າຈີນ ຫວາງເສົາຫວີນ ເນັ້ນໜັກວ່າ, ຈີນ ຢືນຢັນອີກຄັ້ງໜຶ່ງຄວາມສຳຄັນຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ປາດຖະໜາວ່າ ບັນດາຝ່າຍຈະມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງດ້ານການຄ້າເສລີນີ້.

ທ່ານ ຫວາງເສົາຫວີນ ຢືນຢັນວ່າ, ບັນດາປະເທດອາຊຽນ ໄດ້ມານະພະຍາຍາມ ແລະ ຖືເປັນສຳຄັນການເຈລະຈາ RCEP. ຈີນ ຕັ້ງໜ້າສະໜັບສະໜູນໄທ ດ້ວຍບົດບາດເປັນປະທານອາຊຽນ ປີ 2019, ຊຸກຍູ້ການເຈລະຈາ RCEP ກວ່າອີກ ເພື່ອບັນລຸບາດກ້າວພັດທະນາ.

        RCEP ແມ່ນສັນຍາການຄ້າເສລີ (FTA) ລວມມີ 10 ປະເທດສະມາຊິກອາຊຽນ ແລະ 6 ປະເທດເຊິ່ງອາຊຽນ ໄດ້ລົງນາມໃນສັນຍາການຄ້າເສລີ (ຄື: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ນິວຊີແລນ).

ຕອບກັບ

ຂ່າວ/ບົດ​ອື່ນ