ຈີນ-ອາເມລິກາເຫັນດີ ຈະເພີ່ມທະວີການ ຮ່ວມມືຕ້ານໂລກ ພະຍາດ Ebola


ຈີນ-ອາເມລິກາເຫັນດີ ຈະເພີ່ມທະວີການ ຮ່ວມມືຕ້ານໂລກ ພະຍາດ Ebola - ảnh 1 

(ພາບປະກອບ: AFP )

 (vovworld)- ​ ​ວັນ​ທີ 18/10, ທ່ານ​ຈິນກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ຮູ້​ວ່າ: ທ່ານ​ຢາງ​ເຈຍ​ຊື້, ກຳມະການ​ລັດຖະບານ​ຈີນ ພວມ​ຢູ່​ຢ້ຽມຢາມ​ອາ​ເມ​ລິ​ກາ ​ແລະ ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້ເຫັນ​ດີ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານການ​ແຜ່​ລະບາດ​ຂອງ​ໂລກພະຍາດ Ebola. ທ່ານ​ຢາງ​ເຈຍ​ຊື້ ​ເນັ້ນໜັກ​ວ່າ, ​ໄວຣັດ Ebola ພວມກາຍ​ເປັນ​ໄພ​ນາບ​ຂູ່​ສຳລັບ​ສຸຂະພາບ​ຂອງ​ວົງ​ຄະນາ​ຍາດ. ຕາມທ່ານ​ຢາງ​ເຈຍ​ຊື້, ປັກ​ກິ​ງ ​ແລະ ວໍ​ຊິງ​ຕັນ ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ຄວາມ​ສາມາດ​ຕ້ານ​ໄວຣັດທີ່​ອັນຕະລາຍ​ດັ່ງກ່າວ ​ແລະ ຈີນ​ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ກໍ່​ຄື​ປະຊາ​ຄົມ​ໂລກ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາ​ຟຼິກກາ ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຈາກ​ໂລກພະຍາດ​ນີ້./.

ຂ່າວ/ບົດ​ອື່ນ