ຈີນຮຽກຮ້ອງຍີ່ປຸ່ນປະຕິບັດ“ເອກະສານຕົກລົງ4ຂໍ້”

ຈີນຮຽກຮ້ອງຍີ່ປຸ່ນປະຕິບັດ“ເອກະສານຕົກລົງ4ຂໍ້” - ảnh 1
ກ່ຳ​ປັ່ນ​ລາດ​ຕາ​ເວນ​ຂອງ ຈີນ ຢູ່​ເຂດ​ທະ​ເລ​ພວມ​ມີ​ການ​ຂັດ​ແຍ້ງ​ກັນ
(ພາບ: AFP/TTXVN)

(vovworld) - ​​ວັນ​ທີ 27/11, ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ເກີ໋ງ​ແຍງ​ເສິງ ໄດ້​​ເລັ່ງ​ລັດ ຍີ່​ປູ່ນ ປະ​ຕິ​ບັດ “​ເອ​ກະ​ສານ​ຕົກ​ລົງຫຼັກການ 4 ຂໍ້” ເຊິ່ງ 2 ປະ​ເທ​ດ​ຫາກໍ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​​ຂ່າວປະ​ຈຳ​ເດືອນ, ທ່ານ ເກີ໋ງ​ແຍງ​ເສິງ ໃຫ້​ຮູ້​ວ່າ: “ເອ​ກະ​ສານ​ຕົກ​ລົງ 4 ຂໍ້” ແມ່​ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ປ​ັບ​ປຸງ​ການ​ພົວ​ພັນ ຈີນ - ຍີ່​ປຸ່ນ ແລະ ບັນ​ດາ​ຝ່າຍ​ຕ້ອງ​​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນີ້. ທ່ານ ເກີ໋ງ​ແຍງ​ເສິງ ເນັ້ນ​ໜັກ​ວ່າ: ຈີນ ສະ​ເໜີ​ໃຫ້​ຝ່າຍ ຍີ່​ປຸ່ນ ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ, ປະ​ຕິ​ບັດ “ເອ​ກະ​ສານ​ຕົກ​ລົງ 4 ຂໍ້” ​ຈີນ - ຍີ່​ປຸ່ນ ຢ່າງ​ຄົບ​ຖ້ວນ ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ສະ​ດຸ້ງ​ໄວ​ສົມ​ເຫດ​ສົມ​ຜົນ, ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ 2 ຝ່າຍ.

        ຈີນ ແລະ ຍີ່​ປຸ່ນ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໃນ​ຕົ້ນ​ເດືອນ 11 ນີ້, ຕາມນັ້ນ​ແລ້ວ 2 ຝ່າ​ຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເຊື່ອມ​ຕໍ່​ການ​​ເຈ​ລະ​ຈາ​ດ້ານ​ການ​ເມືອງ, ກາ​ນ​ທູດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​.


ຂ່າວ/ບົດ​ອື່ນ