ຈີນຮຽກຮ້ອງແກ້ໄຂບັນດາການຂັດແຍ້ງກັບຍີ່ປຸ່ນຢ່າງສົມເຫດສົມຜົນ

ຈີນຮຽກຮ້ອງແກ້ໄຂບັນດາການຂັດແຍ້ງກັບຍີ່ປຸ່ນຢ່າງສົມເຫດສົມຜົນ - ảnh 1
ກຳ​ປັ່ນ ຈີນ ຢູ່​ມໍ່​ກັບເຂດ​ທະ​ເລ​ເກີ​ດ​ຄວາມ​ຂັດ​ແຍ້ງ​ກັບ ຍີ່​ປຸ່ນ
ພາບ:AFP

(vovworld)-​ວັນ​ທີ 29/6, ທີ່​ການ​ຕ້ອນ​ຮັບ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ​ພາບ(LDP) ກຳ​ອຳ​ນາດ ຂອງ ຍີ່​ປຸ່ນ, ໂດຍທ່ານ Takeshi ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​​ຜູ້ອະ​ວຸ​ໂສ​ຂອງ LDP ນຳ​ຫນ້າ, ທ່ານ ອີ​ເຈິ້ງ​ເຊິງ, ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຖື​ວ່າ​: ການ​ພົວ​ພັນ​ລະ​ຫວ່າງ ຈີນ ແລະ ຍີ່​ປຸ່ນ ພວມ​ໄດ້​ຮັບ​ການ​ປັບ​ປຸງ​ເທື່ອ​ລະ​ກ້າວ ພ້ອມ​ທ​ັງ​ຮຽກ​ຮ້ອງ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້​ງ​ຢ່າງ​ສົມ​ເຫດ​ສົມ​ຜົນ. ກ່າວ​ຄຳ​ເຫັນ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ທີ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຢູ່ ນະ​ຄອນ​ຫລວງ ປັກ​ກີ່ງ, ທ່ານ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ອີ​ເຈິ້ງ​ເຊິງ ໄດ້​ຢືນ​ຢັນ​ວ່າ ໃນ​ເດືອນ 5/2014 ເມື່ອ​ທ່ານ​ພົບ​ປະ​ກັບ ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ດັ່ງ​ກ່າວ, ການ​ພົວ​ພັນ​ລະ​ຫວ່າງ ຈີນ ແລະ ຍີ່​ປຸ່ນ ຍັງ​ມີ​ຫລາຍ​ບັນ​ຫາ​ຕິດ​ຂັດ, ແຕ່​ມາ​ຮອດ​ປະ​ຈຸ​ບັນ ສະ​ພາບ​ການແມ່ນ​ຕ່າງ​​ແລ້ວ. ຕາມ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຈີນ ແລ້ວ, ເລື່ອງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ປະ​ຫວັດ​ສາດ​ຢ່າງ​ສົມ​ເຫດ​ສົມ​ຜົນ ແມ່ນ​ພື້ນ​ຖານ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ ຈີນ ແລະ ຍີ່​ປຸ່ນ ແລະ ແມ່ນ​ປັດ​ໄຈ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ສາຍ​ພົວ​ພັນ​ນີ້.

ຂ່າວ/ບົດ​ອື່ນ