ຈີນແລະຍີ່ປຸ່ນເຫັນດີເປັນເອກະສັນມານະພະຍາຍາມກ່ວາອີກເພື່ອປັບປຸງການພົວພັນ

ຈີນແລະຍີ່ປຸ່ນເຫັນດີເປັນເອກະສັນມານະພະຍາຍາມກ່ວາອີກເພື່ອປັບປຸງການພົວພັນ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ແລະ
ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ
(ພາບ: Reuters)

(vovworld) –  ທີ່ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ພວມ​ຢູ່​ຢ້ຽມຢາມ ຈີນ, ວັນ​ທີ 30/4, ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ ​ໃຫ້​ຮູ້​ວ່າ: ທ່ານ​ຢາກ​ເຫັນ​ປະ​ຈັກ​ຕາ​ການ​ພົວພັນ ຈີນ - ຍີ່ປຸ່ນ ກັບ​ຄື​ສູ່​ສະພາບ​ປົກກະຕິ. ຕາມ​ທ່ານ​ແລ​້ວ, ມີ​ບັນດາ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ 2 ຝ່າຍ​ໄດ້​ຮັບ​ການ​ປັບປຸງ​, ແຕ່​ບໍ່​ທັນ​​ແຂງ​ແຮງ​ເທື່ອ. ດັ່ງ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽນ, ຫວັງ​ວ່າ: 2 ຝ່າຍ “​ເພີ່ມ​ທະວີ​ຄວາມ​ຮັບຜິດ​ຊອຍ, ຮັກສາ​ທ່າ​ປັບປຸງ​​ໃນ​ປະຈຸ​ບັນ ​ແລະ ປະຕິບັດ​ໜ້າ​ທີ່​ນຳ​ການ​ພົວພັນ 2 ຝ່າຍ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ”.

        ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ເດີນທາງ​ປະຕິບັດ​ງານ ຢູ່ 4 ປະ​ເທດມຽນມາ, ​ໄທ, ລາວ ​ແລະ ຫວຽດນາມ ​ເປັນ​ເວລາ 8 ວັນ​ຂອງ​ທ່ານ Kishida.


ຂ່າວ/ບົດ​ອື່ນ