ຈີນແລະອາຊຽນຢັ້ງຢືນຄືນໃໝ່ເຖິງການແກ້ໄຂການຂັດແຍ້ງກັນຜ່ານການເຈລະຈາ

ຈີນແລະອາຊຽນຢັ້ງຢືນຄືນໃໝ່ເຖິງການແກ້ໄຂການຂັດແຍ້ງກັນຜ່ານການເຈລະຈາ - ảnh 1
ບັນດາເຈົ້າໜ້າທີ່ ອາຊຽນ ແລະ ຈີນ
(ພາບ: ສຳນັກຂ່າວສານຊິນຮວາ/ສຳນັກຂ່າວສານ ຫວຽດນາມ)

(vovworld) – ບັນດາ​ເຈົ້າ​ໜ້າທີ່​ຂັ້ນ​ສູງ​ຂອງ ຈີນ ​ແລະ ອາ​ຊຽນ ​ໄດ້​ຢັ້ງຢືນ​ແຜນການ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຜ່ານ​ການ​ເຈລະຈາ ​ແລະ ນຳ​ໃຊ້​ຂອບ​ຫຼັກການ​ຂອງ​ພາກ​ພື້ນ. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ທີ່​ກອງປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ລະ​ຫວ່າງ 2 ຝ່າຍ​ກ່ຽວ​ກັບ​ການ​ປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຈັດ​ຕັ້ງ​ໃນ​ວັນ​ທີ 15 – 16/8 ຢູ່ ໝານ​ເຈົາຫຼີ, ​ເຊິ່ງ​ແມ່ນ​ນະ​ຄອນ​ທ່າ​ກ່ຳ​ປັ່ນ​ຢູ່​ພາກ​ເໜືອ ຈີນ. ທີ່​ການ​ພົບ​ປະ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ປະຕິບັດ DOC ​ແລະ ຢັ້ງຢືນ​ຄືນ​ໃໝ່​ບັນດາ​ແຜນການ, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ຜ່ານ​ການ​ເຈລະຈາ, ຄຸ້ມ​ຄອງ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ຂອບ​ຫຼັກການ​ຂອງ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມືທາງ​ທະ​ເລ, ​ແລະ ມຸ່ງ​ໄປ​ເຖິງ​ການ​ເຈລະຈາ​ກ່ຽວ​ກັບ​ກົດ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ແນ​ໃສ່​ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ໂທລະສັບ​ສາຍ​ດ່ວນ​ການ​ທູດ​ຂັ້ນ​ສູງ​ລະຫວ່າງ ຈີນ ​ແລະ ອາຊຽນ ​ເພື່ອ​ແກ້​ໄຂ​ບັນດາ​ກໍ​ລະ​ນີຮີບ​ດ່ວນ​ບົນ​ທະ​ເລ ​ແລະ ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ນຳ​ໃຊ້​ບັນດາ​ຂໍ​້ກຳນົດ​ກ່ຽວ​ຂ້ອງ​ເຖິງ​ບັນດາ​ເຫດການ​ບັງ​ເອີ​ນລະຫວ່າງ ຈີນ ​ແລະ ອາ​ຊຽນ ຢູ່​ທະ​ເລ​ຕາ​ເວັນ​ອອກ. 2 ຝ່າຍ​ກໍ່​ໄດ້​ແລກປ່ຽນ​ທັດສະນະກ່ຽວ​ກັບ​ວິທີ​​ເພີ່ມ​ທະວີ​ການ​ຮ່ວມ​ມືທາງ​ທະ​ເລ ​ແລະ ການ​ເຈລະຈາ​ກ່ຽວ​ກັບ COC.


ຂ່າວ/ບົດ​ອື່ນ