ຈັບຕົວຜູ້ຖືກສົງໄສປະຕິບັດເຫດຍິງປືນຢູ່ ໂຮນລັງ

(VOVWORLD) -ເຈົ້າໜ້າທີ່ຮັບຜິດຊອບຂອງ ໂຮນລັງ ໄດ້ຈັບຕົວຜູ້ຖືກສົງໄສ ເຊິ່ງແມ່ນຊາວເຊື້ອຊາດ ຕວກກີ ໂດຍຮັບຖືວ່າ ແມ່ນຜູ້ປະຕິບັດການຍິງປືນໃນລົດໄຟຟ້າ ຢູ່ນະຄອນ Utrecht  ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ຮັບບາດເຈັບ 9 ຄົນ.

ວັນທີ 18 ມີນາ, ເຈົ້າໜ້າທີ່ຮັບຜິດຊອບຂອງ ໂຮນລັງ ໄດ້ຈັບຕົວຜູ້ຖືກສົງໄສ ເຊິ່ງແມ່ນຊາວເຊື້ອຊາດ ຕວກກີ ໂດຍຮັບຖືວ່າ ແມ່ນຜູ້ປະຕິບັດການຍິງປືນໃນລົດໄຟຟ້າ ຢູ່ນະຄອນ Utrecht  ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ຮັບບາດເຈັບ 9 ຄົນ. ກ່ອນໜ້ານັ້ນ, ຕໍາຫຼວດ ໂຮນລັງ ໄດ້ປະກາດຂ່າວ ແລະ ພາບຖ່າຍຜູ້ຖືກສົງໄສປະຕິບັດເຫດຍິງປືນດັ່ງກ່າວ ແມ່ນ ຜູ້ຊາຍຄົນໜຶ່ງຊື່ວ່າ Gokmen Tanis, ມີເຊື້ອຊາດ ຕວກກີ, ອາຍຸ 37 ປີ. ຕາມບັນດາຜູ້ຄົນທີ່ດໍາລົງຊີວິດຢູ່ເຂດໃກ້ຄຽງກັບ ຜູ້ຖືກສົງໄສດັ່ງກ່າວແລ້ວ, Tanis “ມີລະບົບປະສາດບໍ່ປົກກະຕິ”. ພາຍຫຼັງເກີດເຫດດັ່ງກ່າວ, ທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte ເນັ້ນໜັກວ່າ: “ປະເທດຂອງພວກເຮົາພວມຕົກສະທ້ານຕໍ່ເຫດບຸກໂຈມຕີຢູ່ ນະຄອນ Utrecht . ຕໍາຫຼວດ ແລະ ໄອຍະການ ພວມສືບສວນກ່ຽວກັບຄະດີດັ່ງກ່າວ. ໄລ່ມາຮອດປັດຈຸບັນ, ມີພຽງຂ່າວທີ່ຈະແຈ້ງວ່າ ເຫດຍິງປືນດັ່ງກ່າວ ແມ່ນເພື່ອເລັ່ງໃສ່ບັນດາຜູ້ນັ່ງຢູ່ເທິງລົດໄຟຟ້າ ຢູ່ ນະຄອນ Utrecht  ແລະ ເຮັດໃຫ້ສາມັນຊົນຈໍານວນໜຶ່ງຖືກຮັບບາດເຈັບ ແລະ ອາດຈະມີຫຼາຍຄົນເສຍຊີວິດ”. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ໂຮນລັງ ຈະປັບໄໝລົງໂທດຢ່າງເຂັ້ມງວດຕໍ່ການກະທໍາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ