ຈໍານວນຜູ້ເສຍຊີວິດໃນເຫດວາງລະເບີດ ເລັ່ງໃສ່ຖານທີ່ໝັ້ນການທະຫານ ຢູ່ ອາບການິດສະຖານ ເພີ່ມຂຶ້ນສູງ

(VOVWORLD) -ເຈົ້າໜ້າທີ່ຄົນໜຶ່ງຂອງແຂວງ Maidan Wardak ກໍໄດ້ຢັ້ງຢືນຈໍານວນຜູ້ເສຍຊີວິດແມ່ນຫຼາຍກວ່າ 100 ຄົນ

ສໍານັກຂ່າວສານ Reuter ຂອງອັງກິດ ໄດ້ຄັດສະເໜີຄໍາເວົ້າຂອງເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ອາບການິດສະຖານ ໂດຍໃຫ້ຮູ້ວ່າ ຈໍານວນຜູ້ເສຍຊີວິດໃນເຫດວາງລະເບີດໃສ່ລົດ ເລັ່ງໃສ່ຖານທີ່ໝັ້ນການທະຫານຢູ່ແຂວງ Maidan Wardak ຢູ່ທາງພາກກາງ ອາບການິດສະຖານ ໃນວັນທີ 21 ມັງກອນ  ໄດ້ຂຶ້ນເຖິງກວ່າ 100 ຄົນ. ເຈົ້າໜ້າທີ່ຜູ້ດັ່ງກ່າວໃຫ້ຮູ້ວ່່າ ມີຂໍ້ມູນຂ່າວວ່າ ພະນັກງານສັງກັດກໍາລັງປ້ອງກັນຄວາມສະຫງົບ ອາບການິດສະຖານ ຈໍານວນ 126 ຄົນ ຖືກເສຍຊີວິດ ໃນເຫດລະເບີດຢູ່ພາຍໃນສູນຝຶບແອບການທະຫານ”. ເຈົ້າໜ້າທີ່ຄົນໜຶ່ງຂອງແຂວງ Maidan Wardak ກໍໄດ້ຢັ້ງຢືນຈໍານວນຜູ້ເສຍຊີວິດແມ່ນຫຼາຍກວ່າ 100 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ