ຈຳນວນຜູ້ປະສົບເຄາະຮ້າຍຈາກແຜ່ນດິນໄຫວຢູ່ໄຕ້ຫວັນ(ຈີນ)ສື່ບຕໍ່ເພີ່ມຂຶ້ນ

ຈຳນວນຜູ້ປະສົບເຄາະຮ້າຍຈາກແຜ່ນດິນໄຫວຢູ່ໄຕ້ຫວັນ(ຈີນ)ສື່ບຕໍ່ເພີ່ມຂຶ້ນ - ảnh 1
ເຫດ​ແຜ່ນ​ດິ​ນ​ໄຫວ​ຢູ່​ໄຕ້​ຫວັນ
ພາບ:newszing

(vovworld)- ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ​ຢູ່​ພາກ​ໃຕ້​ຂອງ​ໄຕ້​ຫວັນ ປະ​ເທດ​ຈີນ ແມ່ນ​ຂຶ້ນ​ເຖິງ 18 ຄົນ ແລະ ອີ​ກ​ຮ້ອຍໆ​ຄົນ​ຖືກ​ບາດ​ເຈັບ. ວັນ​ທີ 7/2 ສູນ​ຊີ້​ນຳ​ການ​ກູ້​ໄພ​ກູ້​ຊີບ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ ມີ 356 ຄົນ​ໄດ້​ຮັບ​ການ​ກູ​້​ເອົາ​ຊີ​ວິດ ຢູ່​ໄຕ້​ນານ, ໃນ​ຂະ​ນະ​ນັ້ນ ຍັງ​ມີ​ຢ່າງ​ຫນ້ອຍ​ສຸດ 132 ຄົນ​ພວມ​ຫາຍ​ສາບ​ສູນ. ​ຕາມ​ບົດ​ລາຍ​ງານ​ກ່ອນ​ນັ້ນ ມີກວ່າ 460 ຄົນ​ຖືກ​ບາດ​ເຈັບ. ຕາມ​ສູນ​ເຄືອ​ຂ່າຍ​ຕິດ​ຕາມ​ແຜ່ນ​ດິນ​ໄຫວ​ຈີນ​ແລ້ວ, ເຫດ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ເວ​ລາ 3 ໂມງ 57 ນາ​ທີ ຕາມ​ເວ​ລາ​ທ້ອ​ງ​ຖິ່ນ ດ້ວຍ​ຄວາມ​ເລິກ 15 ກິ​ໂລ​ແມັດ.

 

 

ຂ່າວ/ບົດ​ອື່ນ