ຈຳນວນແຂກສາກົນມາຫວຽດນາມເພີ່ມຂຶ້ນສູງ

ຈຳນວນແຂກສາກົນມາຫວຽດນາມເພີ່ມຂຶ້ນສູງ - ảnh 1
ພາບປະກອບ

(vovworld) – ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽ​ດນາມ ​ໃຫ້​ຮູ້​ວ່າ, ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຈຳນວນ​ແຂກ​ສາກົນ​ເຂົ້າມາທ່ອງ​ທ່ຽວ ຫວຽດນາມ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ສູງ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຄາດ​ວ່າ, ຍອດ​ຈຳນວນ​ແຂກ​ສາກົນ​ມາ​ທ່ອງ​ທ່ຽວ​ຢູ່ ຫວຽດນາມ ຮອດ​ເດືອນ 8 ນີ້​ບັນລຸ​ເກືອບ 6,5 ລ້ານ​​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 25,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ​ເພີ່ມ​ຂຶ້ນ​ລວມມີ: ຮົ່ງກົງ (ປະ​ເທດ​ຈີນ), ຈີນ, ຖັດມາ​ແມ່ນ ສ. ​ເກົາຫຼີ, ​ໄທ, ອີ​ຕາ​ລີ, ປອກຕູຍ​ການ, ລາວ, ນິວຢີ​ແລນ, ລັດ​ເຊຍ, ຊູ​​ແອດ… ສະ​ເພາະ​ແຂກ​ທ່ອງ​ທ່ຽວ ກຳ​ປູ​ເຈຍ ຫລຸດ​ລົງ​ປະ​ມານ 12,9%. ​ໃນ​ຂະນະ​ນັ້ນ, ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ບັນລຸ​ກ່ວາ 43 ລ້ານ​ເທື່ອ​ຄົນ​ດ້ວຍ​ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ບັນ​ລຸ 265.000 ຕື້​ດົ່ງ.


ຂ່າວ/ບົດ​ອື່ນ