ຈີເລ ຢັ້ງຢືນເດີນຕາມການຜັນຂະຫຍາຍ TPP

ຈີເລ ຢັ້ງຢືນເດີນຕາມການຜັນຂະຫຍາຍ TPP - ảnh 1
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ Michelle Bachelet

(vovworld) - ວັນ​ທີ 29/3, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ Michelle Bachelet ຢັ້ງ​ຢືນ​ວ່າ: ອາ​ເມ​ລິ​ກາ ລາ​ຕີນ ຈະ​ນຳ​ໜ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາ​ມ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊ​ີ​ຟິກ (TPP) ພາຍຫຼັງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຕັດ​ສິນ​​ຖອນ​ອອກ​ຈາກ​ສັນ​ຍານີ້. ກ່າວ​ຄຳ​ເຫັນ​ໃນ​ວາ​ລ​ະ​ປະ​ຊຸມນັດ​ພິ​ເສດ​ຂ​ອງ​ອົງ​ການ​ການ​ຄ້າ​ໂລກ (WTO), ທ່ານ​​ນາງປະ​ທາ​ນາ​ທິ​ບໍ​ດີ ​​​ Michelle Bachelet ໄດ້​ເນັ້ນ​ໜັກ​ວ່າ: ພ້ອມ​ກັບ​ບັນ​ດາ​ສ​ຳ​ພັນ​ທະ​ມິດ ອາ​ເມ​ລິ​ກາ ລ​າ​ຕີນ, ຈ​ີ​ເລ ຈະ​ຍົກ​ອອກ​ມາ​ບັນ​ດາ​ມາດ​ຕະ​ການ​ປ່ຽນ​ແທນ ເພື່ອ​ຊຸກ​ຍູ້​ຄວາມ​ເສ​ລີ​ດ້ານ​ການ​ຄ້າ​ຢູ່ ອາ​ຊີ - ປາ​ຊ​ີ​ຟິກ, ໝູ​ນ​ໃຊ້​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃນ​ວິ​ວັດ​ການ​ເຈ​ລະ​ຈາ TPP ຢ່າ​ງ​ສຸດ​ຂີດ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປັບ​ປຸງ​ບັນ​ດາຫຼັກ​ກ​ານ​ຂອ​ງ​ລັດ​ທິຫຼາຍ​ຝ່າຍ.


ຂ່າວ/ບົດ​ອື່ນ