ຊຸກຍູ້ ແລະ ປົກປ້ອງສິດທິເດັກຢູ່ ຫວຽດນາມ

(VOVWORLD) - ໂຄງການ “ຊຸກຍູ້ ແລະ ປົກປ້ອງສິດທິເດັກຢູ່່ ຫວຽດນາມ” ໄດ້ເລີ່ມ ປະຕິບັດ ຈະປະກອບສ່ວນກໍ່ສ້າງສະພາບແວດລ້ອມກົດໝາຍ, ນະໂຍບາຍຮອບດ້ານ

ຊຸກຍູ້ ແລະ ປົກປ້ອງສິດທິເດັກຢູ່ ຫວຽດນາມ  - ảnh 1 ກອງປະຊຸມສຳມະນາກ່ຽວກັບເດັກນ້ອຍ

(ພາບ: qdnd.vn)

ກອງປະຊຸມສຳມະນາ ເລີ່ມ ປະຕິບັດ ໂຄງການ “ຊຸກຍູ້ ແລະ ປົກປ້ອງສິດທິເດັກຢູ່່ ຫວຽດນາມ” ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບກອງທຶນ ສະຫະປະຊາຊາດ ເພື່ອເດັກນ້ອຍ (Unicef) ປະຈຳຫວຽດນາມ, ຈັດຂື້ນໃນຕອນເຊົ້າວັນທີ 16 ສິງຫາ, ທີ່ ຮ່າໂນ້ຍ.

ໂຄງການ “ຊຸກຍູ້ ແລະ ປົກປ້ອງສິດທິເດັກຢູ່່ ຫວຽດນາມ” ໄດ້ເລີ່ມ ປະຕິບັດ ຈະປະກອບສ່ວນກໍ່ສ້າງສະພາບແວດລ້ອມກົດໝາຍ, ນະໂຍບາຍຮອບດ້ານ, ມີຄວາມສາມາດປົກປ້ອງໃຫ້ແກ່ເດັກນ້ອຍທຸກຄົນຢູ່ຫວຽດນາມ. ພ້ອມທັງປັບປຸງກຳລັງຄວາມສາມາດ ແລະ ຄວາມຮັບຜິດຊອບ ອະພິປາຍຂອງລັດ ຕໍ່ກັບການປະຕິບັດສິດທິເດັກຢູ່ຫວຽດນາມ.

ທ່ານນາງ Lesley Miller, ຮອງຫົວໜ້າຜູ້ຕາງໜ້າ ກອງທຶນ ສະຫະປະຊາຊາດ ເພື່ອເດັກນ້ອຍ (Unicef) ປະຈຳຫວຽດນາມ ໃຫ້ຮູ້ວ່າ:

“ທີໜື່ງ, ພວກຂ້າພະເຈົ້າຈະສົມທົບກັບ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມບັນດາອົງການຮ່ວມປະຕິບັດການ ເພື່ອຊຸກຍູ້ການປະຕິບັດໂຄງການຜ່ານການໜູນຊ່ວຍທາງດ້ານເຕັກນິກ, ໃຫ້ຄຳປຶກສານະໂຍບາຍ ເຮັດແນວໃດເພື່ອໃຫ້ບັນລຸໄດ້ໝາກຜົນທີ່ດີທີ່ສຸດ. ທີສອງ, ພວກຂ້າພະເຈົ້າສາມາດໜູນຊ່ວຍດ້ວຍການນໍາເອົາບົດຮຽນທີ່ດີຈາກບັນດາປະເທດອື່ນ ໃນການປະຕິບັດສິດທິເດັກມາແບ່ງປັນກັບຫວຽດນາມ. ວຽກທີສາມ ມີຄວາມສຳຄັນຫຼາຍແມ່ນ Unicef ຮັບປະກັນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ຢູ່ຫວຽດນາມ ຈະທຽບເທົ່າ ກັບບັນດາກຳນົດມາດຕະຖານສາກົນ ກ່ຽວກັບສິດທິເດັກ ຄືດັ່ງທີ່ໄດ້ກຳນົດໃນສົນທິສັນຍາວ່າດ້ວຍສິດທິເດັກ ຂອງສະຫະປະຊາຊາດ. ຜ່ານນັ້ນ, ປະກອບສ່ວນຊຸກຍູ້ ແລະ ປົກປ້ອງສິດທິເດັກຢູ່ ຫວຽດນາມ ນັບມື້ນັບດີກວ່າເກົ່າ”

ຕອບກັບ

ຂ່າວ/ບົດ​ອື່ນ