ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ, ມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

(VOVWORLD) - ຕອນເຊົ້າວັນທີ 18 ທັນວາ, ທີ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍະລາດ,
ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ, ມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍະລາດ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍະລາດ ມາຢ້ຽມຢາມ ຫວຽດນາມ ແລະ ເນັ້ນໜັກວ່າ ການຢ້ຽມຢາມນີ້ ສືບຕໍ່ປະກອບສ່ວນເຂົ້າໃນການປັບປຸງ, ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ບໍ່ພຽງແຕ່ຢູ່ຂັ້ນສູນກາງ, ລັດຖະບານເທົ່ານັ້ນ ຫາກຍັງບັນດາທ້ອງຖິ່ນຂອງ ຫວຽດນາມ ກໍ່ສຸດຈິດສຸດໃຈຖືເປັນສຳຄັນ ຍູ້ແຮງການພົວພັນແລກປ່ຽນ, ການຮ່ວມມືກັບບັນດາທ້ອງຖິ່ນຂອງ ລາວ ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີກະຊວງປ້ອງກັນປະເທດ 2 ປະເທດ ປະຕິບັດ ວຽກງານເປັນເສນາທິການໃຫ້ການນຳ 2 ປະເທດໃຫ້ດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະແດງທັດສະນະຂອງ ຫວຽດນາມ ແມ່ນຮັກສາເສັ້ນຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ.

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍະລາດ ເນັ້ນໜັກວ່າ ການຢ້ຽມຢາມ ເພື່ອແນໃສ່ປະກອບສ່ວນປັບປຸງສາຍພົວພັນ 2 ປະເທດ, ໃນນັ້ນ ມີການເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈັນສະໝອນ ຈັນຍະລາດ ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ 2 ປະເທດໄດ້ສົມທົບກັນເປັນຢ່າງດີໃນການຮັບປະກັນຄວາມໝັ້ນຄົງ, ຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ; ສະກັດກັ້ນທຸກກົນອຸບາຍກໍ່ກວນຍຸແຍ່, ແບ່ງແຍກ, ການກະທຳສົ່ງຜົນສະທ້ອນບໍ່ດີເຖິງການພົວພັນສາມັກຄີ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ