ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ມາເລເຊຍ

(VOVWORLD) -ຕອນເຊົ້າວັນທີ 19 ກັນຍາ, ທີ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ມາເລເຊຍ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໄດ້ຈັດຕັ້ງການພົບປະແລກປ່ຽນມິດຕະພາບ ເພື່ອຕ້ອນຮັບເຫດການ ສະເຫຼີມສະຫຼອງ 61 ປີ ແຫ່ງວັນຊາດ ມາເລເຊຍ (31/8/1957 – 31/8/2018).

ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ມາເລເຊຍ - ảnh 1 ການສະແດງສະລະປະທີ່ ການພົບປະແລກປ່ຽນ (ພາບ: thoidai.com.vn)

ທີ່ການພົບປະແລກປ່ຽນ, ບັນດາຜູ້ແທນເຂົ້າຮ່ວມ ໄດ້ພ້ອມກັນຮັບຊົມບັນດາລາຍການສະແດງສິລະປະວັນນະຄະດີ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາອັນເປັນເອກະລັກຂອງ ມາເລເຊຍ, ແບ່ງປັນເລື່ອງລາວຕ່າງໆ ກ່ຽວກັບການພົວພັນແລກປ່ຽນວັດທະນະທໍາລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ມາເລເຊຍ. ທ່ານ Nami Zamruni Khalid ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ຫວຽດນາມ  ເຊື່ອໝັ້ນວ່າ ມາເລເຊຍ ແລະ ຫວຽດນາມ ຈະນັບມື້ນັບຮ່ວມມືກັນຢ່າງແໜ້ນແຟ້ນ, ມຸ່ງໄປເຖິງການບັນລຸໄດ້ບັນດາເປົ້າໝາຍຂອງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ