ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ນອກແວ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg, ໃນລະຫວ່າງວັນທີ 24 – 26 ພຶດສະພາ 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ຈະໄປຢ້ຽມຢາມລາຊະອານາຈັກ ນອກແວ ຢ່າງເປັນທາງການ. 

ການຢ້ຽມຢາມໄດ້ດຳເນີນໃນສະພາບທີ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ນອກແວ ພັດທະນາຢ່າງດີງາມ, ການຢ້ຽມຢາມລາຊະອານາຈັກ ນອກແວ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະຊຸກຍູ້ການພົວພັນລະຫວ່າງ 2 ປະເທດກ່ວາອີກ, ເຮັດໃຫ້ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງຕື່ມອີກ ແລະ ເພີ່ມທະວີການພົວພັນຮ່ວມມື ນອກແວ - ຫວຽດນາມ ຕາມທິດມີຄຸນນະພາບ ແລະ ມີປະສິດທິຜົນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ