ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ກຳປູເຈຍ

ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ກຳປູເຈຍ - ảnh 1
(vovworld) - ​ຕອນ​ເຊົ້າ​ວັນ​ທີ 26/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ Samdech Techo Hun Sen ຢູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ. 2 ຝ່າຍ​ໄດ້​ແລກ​ປ່ຽນ​ບັນ​ດາ​ເນື້ອ​ໃນ​ໃຫຍ່​ທີ່​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ກຳ​ປູ​ເຈຍ ໃນ​ຂອບ​ເຂດ 2 ຝ່າຍ ແລະ ພາກ​ພື້ນ; ປຶກ​ສາ​ຫາ​ລື​ ເນື້ອ​ໃນ​ຕ່າງໆເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ 2 ຝ່າຍ; ເຫັນ​ດີ​ວາງ​ອອກ​ບາງ​​ການກຳ​ນົດ​ທິດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເຫັນ​ດີ ມອບ​ໝາຍໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ຂອງ 2 ຝ່າຍ ສືບ​ຕໍ່​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ວຽກ​ງານ​ລົງ​ທຶນ, ການ​ຄ້າ, ກະ​ສິ​ກຳ ແລະ ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ​ອື່ນໆ​​ໃຫ້​ດີກວ່າ​ອີກ.
ຂ່າວ/ບົດ​ອື່ນ