ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ແຟງລັງ

(VOVWORLD) -ໃນລະຫວ່າງວັນທີ 11 – 14 ພະຈິກ, ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໂດຍທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິງ ນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຟງລັງ.

ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ແຟງລັງ - ảnh 1 ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິງ ແລະ ທ່ານ Mauri Pekkarinen

(ພາບ: TTXVN)

ວັນທີ 13 ພະຈິກ, ທີ່ການໂອ້ລົມສົນທະນາລະຫວ່າງທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິງ ກັບທ່ານຮອງປະທານຜູ້ທີ່ໜຶ່ງສະພາແຫ່ງຊາດ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບອາຊີ - ເອີລົບ (ASEF) ຂອງແຟງລັງ Mauri Pekkarinen, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບາງບັນຫາສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ໃນນັ້ນມີບັນຫາທະເລຕາເວັນອອກ; ເຫັນດີນຳກັນຄວນແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮັບປະກັນຄວາມເສລີໃນການເດີນເຮືອ ແລະ ການບິນ. ທ່ານ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ມານະພະຍາຍາມເພີ່ມທະວີການຮ່ວມມືໃນບັນດາຂົງເຂດພັດທະນາພະລັງງານຜະລິດຄືນໃໝ່, ອຸດສາຫະກຳປ່າໄມ້, ອຸດສາຫະກຳຂໍ້ມູນຂ່າວສານ, ພິເສດແມ່ນການສຶກສາ - ບຳລຸງສ້າງ.

        ກ່ອນໜ້ານັ້ນ, ທ່ານ ຟ້າມມິງຈິງ ໄດ້ມີການພົບປະ ແລະ ແລກປ່ຽນກັບທ່ານ Mika Lintila, ລັດຖະມົນຕີເສດຖະກິດ ແລະ ວຽກເຮັດງານທຳແຟງລັງ ກ່ຽວກັບບັນດາບັນຫາໃນການຮ່ວມມື 2 ຝ່າຍລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ສຶກສາບຳລຸງສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ