ຊຸກຍູ້ການພົວພັນຮ່ວມມືຮ້ອບດ້ານຫວຽດນາມ-ລາວ

ຊຸກຍູ້ການພົວພັນຮ່ວມມືຮ້ອບດ້ານຫວຽດນາມ-ລາວ - ảnh 1
(ທ່ານ ດີງເທຮີງ ກຳມະການ​ກົມ​ການ​ເມືອງ,
 ຜູ້​ປະຈຳ​ຄະນະ​ເລ​ຂາ​ທີ​ການ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ)

(vovworld) - ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາທິການ, ຮອງ​ນາຍົກລັດຖະມົນຕີ ລາວ. ທ່ານ ດີງ​ເທ໋ຮີ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລ​ຂາ​ທີ​ການ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໄປ​ຢ້ຽມຢາມ ລາວ​ ໃນລະຫວ່າງ​ວັນ​ທີ 11 – 13/04 ຢ່າງ​ເປັນ​ທາງ​ການ.

        ຕອນ​ບ່າຍ​ວັນ​ທີ 11/04 ຢູ່​ນະຄອນຫລວງ ວຽງ​ຈັນ, ທ່ານ​ເລຂາທິການ​ໃຫຍ່ ບຸນ​ຍັງ​ວໍລະ​ຈິດ, ທ່ານ​ປະທານ​ປະ​ເທດ ຈຸມມາລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ. ທ່ານ ດີງ​ເທ໋ຮີ​ງ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ຫວຽດນາມ - ລາວ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸກຢັ້ງ ນັບມື​ນັບ​​ເລິກ​ເຊິ່ງ, ​ແທດຈິງ ​ແລະ ມີ​ປະສິດທິ​ຜົນ​, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢູ່​ແຕ່ລະ​ປະ​ເທດ. ທ່ານ ດີງ​ເທ໋ຮີ​ງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອພ້ອມ​ກັບ​ ລາວ ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ, ​ເຮັດ​ໃຫ້​​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ເລິກ​ເຊິ່ງກ່ວາ​ ​ແລະ ສືບ​ທອດ​ໃຫ້​ຄົນ​ລຸ້ນຫລັງ​. ທ່ານ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ, ທ່າ​ນປະທານ​ປະ​ເທດ ຈຸມມາລີ ​ໄຊ​ຍະ​ສອນ ​ໄດ້​​ແຈ້ງ​ໂດຍສັງ​ເຂ​ບກ່ຽວ​ກັບ​ສະພາບ​ການ​ຢູ່ ລາວ, ການ​ພົວພັນ ລາວ - ຫວຽດນາມ ຫວ່າງມໍ່ໆ​ມາ​ນີ້.

        ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໂດຍ​ທ່ານ ດີງ​ເທ​ຮີ​ງ ນຳ​ໜ້າ ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ ​ໂດຍ​ທ່ານ ພັນ​ຄຳ ວິພາ​ວັນ ນຳ​ໜ້າ. 2 ຝ່າຍ​ເຫດ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ການ​ຢ້ຽມຢາມ, ການພົບ​ປະ​​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ; ຍູ້​ແຮງ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ

ຂ່າວ/ບົດ​ອື່ນ