ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດກົດໝາຍ ແລະ ຕຸລາການ ລະຫວ່າງ ຫວຽດນາມ-ລາວ

ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດກົດໝາຍ ແລະ ຕຸລາການ ລະຫວ່າງ ຫວຽດນາມ-ລາວ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ຮ່າ​ຮຸ່ງ​ເກື​່ອງ
ຕ້ອນຮັບ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸ​ຕິທຳ​ແຫ່ງ ສປປ. ລາວ
(ພາບ: moj.gov.vn)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ​ຫວຽດນາມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸ​ຕິທຳ​ແຫ່ງ ສປປ. ລາວ ບຸນ​ເກີດ ສັງ​ສົມ​ສັກ ນຳ​ໜ້າ​ຄະນະ​ພະນັກງານ​ຂັ້ນ​ສູງ​ຂອງ​ກະຊວງ​ຍຸຕິ​ທຳ​ລາວ ມາ​ຢ້ຽມ ຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ລະ​ຫວ່າງ​ວັນ​ທີ 27-31/01/2015. ວັນ​ທີ 29/1, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ຮ່າ​ຮຸ່ງ​ເກື​່ອງ ​ໄດ້​ມີ​ການ​ເຈລະຈາ ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸ​ຕິທຳ​ລາວ ບຸນ​ເກີດ ສັງ​ສົມ​ສັກ ​ແລະ ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ຍຸຕິ​ທຳ ​ໄລຍະ 2015-2020. ທີ່​ການ​ເຈລະຈາ, ລັດຖະມົນຕີທັງ 2 ທ່ານ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ ​ການ​ພັດທະນາ​ເສດຖະກິດ-​ສັງຄົມ, ການ​ປະຕິ​ຮູບດ້ານ​ກົດ​ໝາຍ ​ແລະ ດ້ານຕຸລາ ການຂອງ 2 ປະ​ເທດ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸ​ຕິທຳ​ລາວ ບຸນ​ເກີດ ສັງ​ສົມ​ສັກ ຫວັງ​ວ່າ: 2 ກະຊວງ​ຍຸຕິ​ທຳ​ຈະ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ກະຊວງ​ຍຸ​ຕິທຳ​ລາວຈະ​​ສົ່ງພະນັກງານ​ມາຊອກ​ຮູ້​ ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ກະຊວງ​ຍຸຕິ​ທຳ​ຫວຽດນາມ​ ຢ່າງ​ເລິກ​ເຊິ່ງກ່ວາ​ອີກ. ພ້ອມ​ກັນ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະ​ຊວງ​ຍຸຕິ​ທຳ​ລາວ ກໍ່​ເນັ້ນ​ໜັກ​ວ່າ: ທັດສະນະ​ຂອງ​ລາວ​ ຍາມ​ໃດ​ກໍ່ສະໜັບສະໜູນ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ​ຕຸລາການ ລະຫວ່າງ​ກະຊວງ​ຍຸຕິ​ທຳ 2 ປະ​ເທດ​ໃນ​ໄລຍະ 2015-2020, 2 ກະຊວງ​ຈະ​ເພີ່ມ​ທະວີ​ການ​ແລກ ປ່ຽນ​ບົດຮຽນ​ ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ຕຸລາການ ​ແລະ ກົດໝາຍ; ກໍ່ສ້າງ ​ແລະ ປະຕິບັດ​ກົດໝາຍ. 2 ຝ່າ​ຍກໍ່​​ເຫັນ​ດີເປັນ​ເອກະ​ພາບການ​ຮ່ວມ​ມື ​ແລະ ສົມທົບ​ກັນ​ໃນ​ການ​ເຄື່ອນ​ໄຫວ​ທີ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ກ່ຽວ​ກັບ​ບັນດາ​ບັນຫາ​ກົດ ໝາຍ  ​ແລະ ຕຸລາການ; ສົ່ງ​ເສີມ​ການ​ຮ່ວມ​ມື ລະຫວ່າງ​ບັນດາ​ອົງການ​ຍຸຕິ​ທຳ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ