ຊຸກຍູ້ການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີຢູ່ ຫວຽດນາມ

ຊຸກຍູ້ການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີຢູ່ ຫວຽດນາມ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ 

(vovworld) – ຊຸກຍູ້ການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີຢູ່ ຫວຽດນາມ - ນີ້​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 12/4, ຢູ່​ຮ່າ​ໂນ້ຍ. ບັນ​ດາ​ຜູ້​ແທນ​ຖື​ວ່າ ຢູ່ ຫວຽດ​ນາມ ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ການ​ສໍ້​ລາ​ດ​ບັງຫຼວງນັ້ນ ເລື່ອ​ງ​ສົມ​ທົບ​ກ​ັນລະ​ຫວ່າງ​ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ວິ​ສາ​ຫະ​ກິດ​ແມ່ນ​ສຳ​ຄັນ​ທີ່​ສຸດ. ເລື່ອງ​ຊຸກ​ຍູ້​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ດີຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃດ​ໜຶ່ງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ. ທ່ານ​ນາງ ຫງວຽນ​ທິ​ກ່ຽ​ວ​ຫວຽນ, ຜູ້​ອຳ​ນວຍ​ການ​ອົງ​ການຄວາມ​ໂປ່ງ​ໃສສາ​ກົນ​ປະ​ຈຳ ຫວຽດ​ນາມ ຖື​ວ່າ:

        “ໄລ​ຍະ​ມໍ່ໆ​ມານີ້, ບົດ​ບາດ​ຂອງວ​ິ​ສາ​ຫະ​ກິດ​ໃນ​ການ​ຊຸກ​ຍູ້​ຄວາມ​ຊັດ​ຊື່​ບໍ​ລິ​ສຸດພວມ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ທັງ​ດ້າ​ນ​ພຶດ​ຕິ​ກຳ​ຕົວ​ຈິງ ກໍ່​ຄື​ດ້ານ​ນິ​ຕິ​ທຳ. ດັ່ງ​ນັ້ນ, ການ​ກະ​ທຳ​ລວມ​ໝູ່ນັ້ນ​ແມ່ນ​ສຳ​ພັດ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ຂະ​ແໜງດ​ຽວ ຫຼື ກັບ​ບັນ​ດາ​ນັກ​ປະ​ມູນ​ສະ​ໜອງ​ ຫຼື ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ເພື່ອ​ຈາກນັ້ນ​ຊຸກ​ຍູ້​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ສະ​ດ​ວກ​ທີ່ມຸ່ງ​ໄປ​ເຖິງ​ການ​ຫລຸດ​ຜ່ອນ ຫຼື ລົບ​ລ້າງ​ການສໍ້​ລາດ​ບັງຫຼວງ.”


ຕອບກັບ

ຂ່າວ/ບົດ​ອື່ນ