ຊຸກຍູ້ການຮ່ວມມືດ້ານເສດຖະກິດ ລະຫວ່າງຫວຽດນາມ - ອາເມລິກາ

(VOVWORLD) -ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ສໍາຄັນແຖວໜ້າ ແລະ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ.

        ວັນທີ 18 ມັງກອນ, ທີ່ຮ່າໂນ້ຍ, ສະຫະສະມາຄົມການຄ້າ ອາເມລິກາ (Amcham) ປະຈໍາຮ່າໂນ້ຍ ໄດ້ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນຫັນການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມ - ອາເມລິກາ ເປັນປົກກະຕິ, ເປັນຂີດໝາຍ 25 ປີ ແຫ່ງວັນສ້າງຕັ້ງ ສະຫະສະມາຄົມການຄ້າ ອາເມລິກາ ປະຈໍາຫວຽດນາມ (1994 – 2019). ກ່າວຄໍາເຫັນທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະ ອາເມລິກາ ເພີ່ມຂຶ້ນບັນລຸເກືອບທົບ 120 ເທົ່າ, ແຕ່ 450 ລ້ານ USD ໃນປີ 1994 ຂຶ້ນກວ່າ 60 ຕື້ USD ໃນປີ 2018. ໃນຫຼາຍປີທີ່ຕໍ່ເນື່ອງ, ອາເມລິກາຍາມໃດກໍແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ແລະ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດສົ່ງອອກທີ່ມີລະດັບເຕີບໂຕສູງສຸດຂອງ ອາເມລິກາ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້  ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ສໍາຄັນແຖວໜ້າ ແລະ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດ ລະຫວ່າງຫວຽດນາມ - ອາເມລິກາ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ກ່າວຄໍາເຫັນທີ່ການພົບປະແລກປ່ຽນ (ພາບ: Van Diep/TTXVN)

        ກ່າວຄໍາເຫັນທີ່ການພົບປະ, ທ່ານນາງ Natasha Ansell ປະທານສະຫະສະມາຄົມການຄ້າ ອາເມລິກາ ປະຈໍາຫວຽດນາມ ໃຫ້ຮູ້ວ່າ ເລື່ອງຫັນການພົວພັນລະຫວ່າງສອງປະເທດ ຫວຽດນາມ - ອາເມລິກາ ເປັນປົກກະຕິ ໄດ້ເປີດກາລະໂອກາດໃຫ້ວິສາຫະກິດ, ນັກລົງທຶນ ອາເມລິກາ ພັດທະນາຢູ່ຕະຫຼາດຫວຽດນາມ. ທ່ານນາງ ເຊື່ອໝັ້ນວ່າ ນັ້ນແມ່ນຄວາມເຊື່ອໝັ້ນສໍາລັບປະຊາຊົນສອງປະເທດວ່າ ຫວຽດນາມ ແລະ ອາເມລິກາ ພ້ອມກັນສ້າງການພົວພັນໃຫ້ສະໜິດຕິດພັນ ແລະ ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ