ຊຸກຍູ້ການຮ່ວມມືທາງດ້ານກະສີກຳ ແລະ ພັດທະນາຊົນນະບົດລະຫວ່າງຫວຽດນາມ-ຍີປຸ່ນ

ຊຸກຍູ້ການຮ່ວມມືທາງດ້ານກະສີກຳ ແລະ ພັດທະນາຊົນນະບົດລະຫວ່າງຫວຽດນາມ-ຍີປຸ່ນ - ảnh 1
ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສີ​ກຳ, ປ່າ​ໄມ້, ການ​ປະ​ມົງ ແລະ ພັດ​ທະ​ນາ​ຊົນ​ນະ​ບົດລະຫວ່າງຫວຽດນາມ-ຍີປຸ່ນ


(vovworld)- ຕອນ​ບ່າຍ​ວັນ​ທີ 22/7, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ຊາວ​ກະ​ສີ​ກອນ​ຫວຽດ​ນາມ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກຂອງ​ຍີ​ປຸ່ນ ໄດ້​ຈັດ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສີ​ກຳ, ປ່າ​ໄມ້, ການ​ປະ​ມົງ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ລ້າຍ​ຊວນ​ມົນ, ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ຊາວ​ກະ​ສີ​ກອນ​ຫວຽດ​ນາມ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ, ແນ​ໃສ່​ຫັນ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ກະ​ສີ​ກຳ​ລະ​ຫວ່າງ​ຍີ​ປຸ່ນ-ຫວຽດ​ນາມ​ຊຶ່ງ 2 ຝ່າຍ​ໄດ້​ແລກ​ປ່ຽນ​ນຳ​ກັນເປັນ​ລະ​ອຽດ, ອັນ​ໄດ້​ເປີດ​ທິດ​ທາງ​ຮ່ວມ​ມື​ໃໝ່ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ 2 ປະ​ເທດ​ໃນ​ອະ​ນາ​ຄົດ. ເຫດ​ການນີ້ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ກະ​ສີ​ກຳ​ຊົນ​ນະ​ບົດ​ຄືນ​ໃໝ່ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຢູ່​ຊົນ​ນະ​ບົດ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່​ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເພີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ ແລະ ເຮັດ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ ແລະ ຊາວ​ກະ​ສີ​ກອນ 2 ປະ​ເທດ​ມີ​ຄວາມ​ເລິກ​ເຊິ່ງ​ຕື່ມ​ອີກ.
ຂ່າວ/ບົດ​ອື່ນ