ຊຸກຍູ້ການຮ່ວມມືປ້ອງກັນປະເທດຫວຽດນາມ-ສິງກະໂປນັບມື້ນັບແທດຈິງ,ມີປະສິດທິຜົນ

ຊຸກຍູ້ການຮ່ວມມືປ້ອງກັນປະເທດຫວຽດນາມ-ສິງກະໂປນັບມື້ນັບແທດຈິງ,ມີປະສິດທິຜົນ - ảnh 1
ທ່ານ​ພົນ​ເອກ ໂງ​ຊວນ​ລີກ ເຂົ້າ​ຢ້ຽມ​ຂ​່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນຫຼົງ
(ພາບ:  Vietnam+)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Ng Eng Hen, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ, ທ່ານ ພົນ​ເອກ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ ໄປຢ້ຽມ​ຢາມ ສ. ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23 – 25/10. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ຕອນ​ບ່າຍ​ວັນ​ທີ 24/10, ທີ່​​ສຳ​ນັກ​ງານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ, ພົນ​ເອກ ໂງ​ຊວນ​ລີກ ແລະ ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫຼີ​ຊຽນຫຼົງ. ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽນຫຼົງ ຫວັງ​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ຕ້ອງ​ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ຄົ້ນ​ຄ້​ວາ​ຍົກ​ອອກ​ເນື້ອ​ໃນ​ໃໝ່​​ໃຫ້ເໝາະ​ສົມ ເພື່ອ​ແນ​ໃສ່​ນຳ​ກາ​ນ​ພົວ​ພັນ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ກ້​າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິ​ດ​ທິ​ຜົນ​ຢ່າງ​ແທດ​ຈິງ.

        ສ່ວນ​ທ່ານ ພົນ​ເອກ ໂງ​ຊວນ​ລີກ ຢັ້ງ​ຢືນ​ວ່າ: ຍາມ​ໃດ ຫ​ວຽດ​ນາມ ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ຫງ​ວນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ.

        ກ່ອນ​ໜ້ານັ້ນ, ທີ່​ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​, ທ່ານລັດ​ຖະ​ມົນ​ຕີ ໂງ​ຊວນ​ລີກ ​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ Ng Eng Hen. ທີ່​ການ​ເຈ​ລະ​ຈາ, ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເຫັນ​ດີ​​ເປັນ​ເອ​ກະ​ພ​າບ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ມອບ​​ໝາຍໃຫ້​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງຂອງ 2 ຝ່າຍ​ຄົ້ນ​ຄ້​ວາ, ຊຸກ​ຍູ້​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​​ຢ່າງແທດ​ຈິງ, ໃນ​ນັ້ນ​ສຸມ​ໃສ່​ການ​ແລກ​ປ່ຽນ​ຄະ​ນະ, ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມກໍ່​ຄື​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ ແບ່ງ​ປັນ​ບົດ​ຮຽນ, ຮັກ​ສາ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ, ພິ​ເສດ​ແມ່ນ​ການ​ເຈ​ລະ​ຈານະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ. 2 ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຳ​ລຸງ​ສ້າງ, ພິ​ເສດ​ແມ່ນບ​ຳ​ລຸງ​ສ​້າງ​ກ່ຽວ​ກັບ​ດ້ານ​ພາ​ສາ, ຮ່ວມ​ມື​ເສ​ນາ​ຮັກ, ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ເນັດ.


ຂ່າວ/ບົດ​ອື່ນ