ຊຸກຍູ້ການຮ່ວມມືລະຫວ່າງສະພາປະຊາຊົນນະຄອນໂຮ່ຈິມີນ ແລະ ນະຄອນຫຼວງວຽງຈັນ, ລາວ

(VOVWORLD) -ຕອນບ່າຍວັນທີ 22 ສິງຫາ, ຢູ່ນະຄອນໂຮ່ຈິມີນ, ທ່ານນາງ ຫງວຽນທິກວຽດເຕີມ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນໂຮ່ຈິມີນ ໄດ້ມີການຕ້ອນຮັບຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ (ລາວ) ໂດຍ ທ່ານນາງ ຄຳຟອງ ພູມວົງໄຊ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ນຳໜ້າ

ຊຸກຍູ້ການຮ່ວມມືລະຫວ່າງສະພາປະຊາຊົນນະຄອນໂຮ່ຈິມີນ ແລະ ນະຄອນຫຼວງວຽງຈັນ, ລາວ - ảnh 1 ທ່ານນາງ ຫງວຽນທິກວຽດເຕີມ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນໂຮ່ຈິມີນ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ

(ພາບ: hcmcpv.org.vn)

ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມີນ. ທ່ານນາງ ຫງວຽນທິກວຽດເຕີມ ຢັ້ງຢືນວ່າ ສະພາປະຊາຊົນນະຄອນໂຮ່ຈິມີນ ພ້ອມແລ້ວທີ່ຈະຮ່ວມກັບສະພາປະຊາຊົນທ້ອງຖິ່ນຕ່າງໆຂອງລາວ, ໃນນັ້ນມີ ນະຄອນຫຼວງວຽງຈັນ, ຊຸກຍູ້ການພົວພັນຮ່ວມມືມິດຕະພາບ, ເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນໃນບັນດາຂົງເຂດວິຊາສະເພາະ. ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະໃນຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍໄດ້ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມທັງປຶກສາຫາລືກ່ຽວກັບບັນດາທິດທາງການຮ່ວມມືຍາວນານ ລະຫວ່າງອົງການເປັນຕົວແທນປະຊາຊົນສອງທ້ອງຖິ່ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນທີ່ເປັນມູນເຊື້ອອັນດີງາມ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ