ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມກັບບັນດາທ້ອງຖິ່ນຂອງນອກແວ

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມກັບບັນດາທ້ອງຖິ່ນຂອງນອກແວ - ảnh 1
ຮອງ​ປະ​ທານ​ຜູ້​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດນອກ​ແວ Marit Nybbak
ຮັບ​ເອົາ​ພາບ​ແຕ້ມ​ຕົນ​ເອງ ໂດຍ​ອຸ​ປະ​ທູດ​ຫວຽດ​ນາມ​ປະ​ຈຳ​ອົດ​ສ​ໂລ ແຕ້ມ​ເອງ.  (ພາບ : tgvn.com.vn)

(vovworld)- ແຕ່​ວັນ​ທີ 26-28/10, ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມປະ​ຈຳ​ນອກ​ແວ ເລ​ທິ​ຕວຽດ​ມາຍ ໄດ້​ທຳ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ນະ​ຄອນ Stavanger  ແລະ ນະ​ຄອນTime ແນ​ໃສ່​ຊອກ​ຮູ້​ກາ​ລະ​ໂອ​ກາດ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ​ເວົ້າ​ລວມ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ​ເວົ້າ​ສະ​ເພາະ​ກັບ 2 ນະ​ຄອນນີ້ຂອງນອກ​ແວ. ທີ່​ການ​ພົບ​ປະ​ກັບ​ທ່ານ​ນາງ​ເຈົ້າ​ຄອງ ນະ​ຄອນ Stavanger , 2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ຊຶ່ງ​ຫວຽດ​ນາມ ແລະ ນະ​ຄອນ Stavanger ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ນຳ​ກັນ. ສ່ວນທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມປະ​ຈຳ​ນອກ​ແວ ເລ​ທິ​ຕວຽດ​ມາຍ ໄດ້​ແຈ້ງ​ໂດຍ​ຫຍໍ້​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຖານ​ທູດ ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ພາບ​ພົດ​ຫວຽດ​ນາມ​ຢູ່ນອກ​ແວ, ຊຸກ​ຍູ້​ການ​ພົວ​ພັນ​ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ​ຫວຽດ​ນາມ ແລະ ວິ​ສາ​ຫະ​ກິດນອກ​ແວ​ຢູ່ ນະ​ຄອນ Stavanger.

      ທີ່​ການ​ພົບ​ປະ​ກັບ​ທ່ານ​ນາງ​ເຈົ້າ​ຄອງນະ​ຄອນ Time,  2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທ​ຳ, ແລກ​ປ່ຽນ​ນັກ​ສຶກ​ສາ ແລະ ທ່ອງ​ທ່ຽວ​ລະ​ຫວ່າງ​ຫວຽດ​ນາມ​ກັບ ນະ​ຄອນTime ກໍ​ຄື​ເຂດ Rogaland . 
ຂ່າວ/ບົດ​ອື່ນ