ຊຸກຍູ້ການຮ່ວມມືສຳຜັດກັບຂໍ້ມູນຂ່າວສານ,ລະບົບປ້ອງກັນວົງຄະນະຍາດ, ປ້ອງກັນຕ້ານການຄ້າຂາຍມະນຸດ

(VOVWORLD) -   ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ຕາງໜ້າບັນດາປະເທດ ອາຊຽນ ປະຈຳ AICHR, ບັນດາອົງການສະເພາະຂະແໜງທີ່ກ່ຽວຂ້ອງຂອງ ອາຂຽນ
ຊຸກຍູ້ການຮ່ວມມືສຳຜັດກັບຂໍ້ມູນຂ່າວສານ,ລະບົບປ້ອງກັນວົງຄະນະຍາດ, ປ້ອງກັນຕ້ານການຄ້າຂາຍມະນຸດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ແຕ່ວັນທີ 21 – 22 ມິຖຸນາ 2018, ຢູ່ຮ່າໂນ້ຍ, ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ໄດ້ສົມທົບກັບຄະນະເລຂາທິການແຫ່ງຊາດກ່ຽວກັບ ອາຊຽນ ຂອງ ຫວຽດນາມ, ໂຄງການ ASEAN –U.S. PROGRESS, ລັດຖະບານ ອົດສະຕາລີ ແລະ ຕວກກີ ຈັດຕັ້ງກອງປະຊຸມສຳມະນາພາກພື້ນກ່ຽວກັບຍຸດທະສາດປ້ອງກັນ, ຕ້ານການຄ້າຂາຍມະນຸດ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ: ເພີ່ມທະວີການສຳຜັດກັບຂໍ້ມູນຂ່າວສານ ແລະ ລະບົບປ້ອງກັນວົງຄະນະຍາດ.

        ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ຕາງໜ້າບັນດາປະເທດ ອາຊຽນ ປະຈຳ AICHR, ບັນດາອົງການສະເພາະຂະແໜງທີ່ກ່ຽວຂ້ອງຂອງ ອາຂຽນ, ບັນດາອົງການກ່ຽວຂ້ອງຂອງລັດຖະບານບັນດາປະເທດ ອາຊຽນ, ບາງອົງການວິຊາສະເພາະຂອງ ສປຊ ແລະ ບາງອົງການຈັດຕັ້ງປະຊາຊົນບໍ່ຂຶ້ນກັບລັດຖະບານມີກົດລະບຽບທາບທາມຄວາມເຫັນກັບ AICHR.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລື ກ່ຽວກັບລະບົບກົດໝາຍ ແລະ ນະໂຍບາຍພາກພື້ນໃນການປ້ອງກັນ, ຕ້ານການຄ້າຂາຍມະນຸດ, ວິທີສຳຜັດໂດຍອີງໃສ່ສິດທິມະນຸດໃນການສ້າງ ແລະ ຜັນຂະຫຍາຍບັນດາຍຸດທະສາດປ້ອງກັນ, ຕ້ານການຄ້າຂາຍມະນຸດ, ບັນດາສິ່ງທ້າທາຍ ແລະ ທິດທາງຊຸກຍູ້ການຮ່ວມມືສາກົນ ແລະ ພາກພື້ນໃນການເພີ່ມທະວີສຳຜັດກັບຂໍ້ມູນຂ່າວສານ ແລະ ລະບົບປ້ອງກັນວົງຄະນະຍາດໃນການປ້ອງກັນ, ຕ້ານການຄ້າຂາຍມະນຸດ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟ້າມແຊງເຈົາ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ, ເອກອັກຄະລັດຖະທູດ ຫວຽດນາມ ໄດ້ຢັ້ງຢືນຄວາມຕັດສິນໃຈຂອງ ລັດຖະບານ ຫວຽດນາມ ໃນການສືບຕໍ່ປະຕິບັດບັນດານະໂຍບາຍ ແລະ ມາດຕະການກ່ຽວກັບການປ້ອງກັນ, ຕ້ານການຄ້າຂາຍມະນຸດຢ່າງມີປະສິດທິຜົນ, ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນ, ພາກພື້ນ ແລະ ລະດົມແຫຼ່ງກຳລັງເພື່ອແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ