ຊຸກຍູ້ການຮ່ວມມືສ.ເກົາຫຼີ-ອາຊຽນ

ຊຸກຍູ້ການຮ່ວມມືສ.ເກົາຫຼີ-ອາຊຽນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສູນ ອາ​ຊຽນ - ສ. ເກົາຫຼີ Kim Young – sun
(ພ​າບ: aseankorea.org)

(vovworld) – ມາ​ນະ​ພະ​ຍາ​ຍາມ​ກໍ່​ສ້າງ​ເຄືອ​ຂ່າຍ​ຢ່າງ​ກ້​ວາງ​ຂວາງ​ເພື່ອ​ເຊື່ອມ​ຕໍ່​ບັນ​ດາ​ປະ​ເທດ​ໃນຫຼາຍ​ຂົງ​ເຂດ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຂອ​ງທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສູນ ອາ​ຊຽນ - ສ. ເກົາຫຼີ Kim Young – sun ​ທີ່ຍົກ​ອອກ​ມາ​ໃນ​ພິ​ທີ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ນະ​ຄອນຫຼວງ ເຊີ​ອູນ ເມື່ອ​ວັນ​ທີ 4/5. ເມື່ອ​ເຕື້ອງ​ເຖິງ​ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊ​ຽນ ໃນ​ທ້າຍ​ປີນີ້, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ Kim Young –sun ໄດ້​ຕີ​ລາ​ຄາ​ສູງ​ແນວ​ຄິດ​ກ່ຽວ​ກັບ ອາ​ຊຽນ​ ເຄື່ອນ​ໄຫວ​ດ້ວຍ​ຖາ​ນະ​ເປັນ​ຕະຫຼາດ​ໜຶ່ງ ແລະ ບ່ອນ​ຜະ​ລິດ, ຖື​ວ່າ​ຂໍ້​ລິ​ເລີ່ມນີ້​ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່ ສ. ເກົາຫຼີ. ດ້ວຍຍອດ​ຈຳ​ນວນ​ພົນ​ລະ​ເມືອງ​ກ່​ວາ 600 ລ້ານ​ຄົ​ນ ແລະ ປະ​ລິ​ມານ​ການ​ຜະ​ລິດ​ເສດ​ຖະ​ກິດ​ມີ​ມູນ​ຄ່າ​ປະ​ມານ 2.400 ຕື້ USD, ອາ​ຊຽນ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ ສ. ເກົາຫຼີ.


ຂ່າວ/ບົດ​ອື່ນ