ຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ກວມລວມຢູ່ ຫວຽດນາມ

(VOVWORLD) -ວັນທີ 18 ຕຸລາ, ທີ່ ຮ່າໂນ້ຍ, ສະຖາບັນດິດ ວິທະຍາສາດສັງຄົມ ຫວຽດນາມ (VASS) ໄດ້ສົມທົບກັບຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ຫ້ອງການ UNESCO ປະຈຳ ຮ່າໂນ້ຍ ໄດ້ຈັດກອງປະຊຸມສຳມະນາ “ຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ກວມລວມຢູ່ ຫວຽດນາມ”.

ທີ່ ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ແບ່ງປັນ ແລະ ປຶກສາຫາລື ບັນດາບັນຫາທີ່ພົ້ນເດັ່ນໃນປັດຈຸບັນ ໃນບັນດາເສົາຄ້ຳຫຼັກ ຂອງກອບການພັດທະນາແບບຍືນຍົງ, ຄຳນິຍາມ ແລະ ສາຍພົວພັນລະຫວ່າງ ຄວາມຍືນຍົງ ແລະ ກວມລວມຈາກນັ້ນ ສະເໜີບັນດາການແຊກແຊງ, ປັບປຸງກົນໄກ, ນະໂຍບາຍທີ່ຈຳເປັນ ເພື່ອພັດທະນາ, ພ້ອມນັ້ນ ຮັດແຄບຊ່ອງວ່າງ ຄວາມສະເໝີພາບໃນສັງຄົມ.

ທ່ານຮອງຫົວໜ້າ ສະຖາບັນດິດ ວິທະຍາສາດສັງຄົມ ຫວຽດນາມ, ສຈ.ປອ. ດັ້ງງວຽນ ແອັງ ເນັ້ນໜັກວ່າ: ການພັດທະນາແບບຍືນຍົງ ແມ່ນ ເປົ້າໝາຍ ແລະ ຄວາມຮຽກຮ້ອງຕ້ອງການ ໃນຕະຫຼອດຂະບວນວິວັດແຫ່ງການພັດທະນາປະເທດຊາດ. ນີ້ແມ່ນກາລະໂອກາດ ແຕ່ກໍ່ແມ່ນສິ່ງທ້າທາຍສຳລັບບັນດາປະເທດໃນປັດຈຸບັນ.

ສ່ວນທ່ານ Micharl Croft, ຫົວໜ້າອົງການຕາງໜ້າ  UNESCO  ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ການເຕີບໂຕ ແມ່ນພື້ນຖານເພື່ອພັດທະນາສັງຄົມ, ແມ່ນພື້ນຖານຈຸດສຸມຂອງທຸກໆປະເທດ ໃນວິວັດການພັດທະນາປະເທດຊາດ. ແຕ່ຢາກເຕີບໂຕແບບຍືນຍົງ ຄວນຊຸກຍູ້ການເຂົ້າຮ່ວມຂອງທົ່ວປະຊາຄົມ ໂດຍສະເພາະແມ່ນສົ່ງເສີມການເຂົ້າຮ່ວມຂອງແມ່ຍິງ. ປັດຈຸບັນ, UNESCO ໄດ້ມີບັນດາລາຍການຊຸກຍູ້ການພັດທະນາແບບຍືນຍົງຢູ່ ຫວຽດນາມ, ໄລຍະທີ່ຈະມາເຖິງ, UNESCO ຈະໜູນຊ່ວຍ ຫວຽດນາມ ເປີດກວ້າງການເຄື່ອນໄຫວໃນຫຼາຍຂົງເຂດ ເພື່ອສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ