ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນບຸລິມະສິດອັນດັບໜຶ່ງໃນ IPU 132


ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນບຸລິມະສິດອັນດັບໜຶ່ງໃນ IPU 132  - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ ຄັ້ງ​ທີ 21

(vovworld)- ກ່ອນ​ທີ່​ດຳ​ເນີນ​ພິ​ທິ​ໄຂ​ກອງ​ປະ​ຊຸມ​ສະ​ຫະ​ພັນ​ລັດ​ຖະ​ສ​ະ​ພາ​ສາ​ກົນ 132 (IPU 132 ) , ຕອນ​ເຊົ້າ​ວັນ​ທີ 28/3, ຢູ່​ຮ່າ​ໂນ້ຍ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ ຄັ້ງ​ທີ 21. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຢືນ​ຢັນ​ວ່າ : ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ ຍາມ​ໃດ​ກໍ​ແມ່ນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ເຂົ້າ​ໃນ​ພາ​ລະ​ກິດ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ຂອງ​ຫວຽດ​ນາມ ກໍ​ຄື​ຄາດ​ໝາຍ​ຂອງ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ. ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ IPU Saber Chowdhury ເນັ້ນ​ໜັກ​ວ່າ : 

   “ ບັນ​ຫາ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ແມ່ນ​ບັນ​ຫາ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ IPU 132 . ປ​ີນີ້ ແມ່ນ​ປີ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ຈັດ​ກອງ​ປະ​ຊຸມ​ຂອງ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ. ພວກ​ຂ້າ​ພະ​ເຈົ້າ​ຢາກ​ເຫັນ​ອັດ​ຕາ​ແມ່​ຍິງ​ເຂົ້າ​ໃນ​ໃນ ລັດ​ຖະ​ສະ​ພາ, ເຂົ້າ​ຮ່ວມໃນຂົງ​ເຂດ​ການ​ເມ​ືອງຫຼາຍ​ກ່​ວາ​ອີກ. ຂ້າ​ພະ​ເຈົ້າ​ຖື​ວ່າ ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ຊຸກ​ຍູ້ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ຈະ​ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​​ຄາດ​ໝາຍ​ກ່ຽວ​ກັບ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍໃຫ້​ດີກວ່າ​ອີກ ”

 

ຂ່າວ/ບົດ​ອື່ນ