ຊຸກຍູ້ບົດບາດຂອງຊາວໜຸ່ມໃນການພັດທະນາແບບຍືນຍົງແລະເຊື່ອມຕໍ່ພາກພື້ນອາຊຽນ

(VOVWORLD) -ວັນທີ 19 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ດຳເນີນກອງປະຊຸມລັດຖະມົນຕີຊາວໜຸ່ມບັນດາປະເທດອາຊຽນ (AMMY) ຄັ້ງທີ 11 ແລະ ກອງປະຊຸມລັດຖະມົນຕີຊາວໜຸ່ມບັນດາປະເທດອາຊຽນ + 3 ຄັ້ງທີ 7.
ຊຸກຍູ້ບົດບາດຂອງຊາວໜຸ່ມໃນການພັດທະນາແບບຍືນຍົງແລະເຊື່ອມຕໍ່ພາກພື້ນອາຊຽນ - ảnh 1 (ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ)

ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ, ທ່ານຮອງເລຂາທິການໃຫຍ່ອາຊຽນ Kung Phoak, ພ້ອມດ້ວຍລັດຖະມົນຕີຊາວໜຸ່ມ, ການນຳຂັ້ນສູງຊາວໜຸ່ມ 11 ປະເທດອາຊຽນ ແລະ 3 ປະເທດຄູ່ຮ່ວມມືແມ່ນ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.

        ກອງປະຊຸມປີນີ້ໂດຍສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຈັດຕັ້ງເປັນຄັ້ງທຳອິດ ດ້ວຍຫົວຂໍ້ວ່າ “ບົດບາດຂອງຊາວໜຸ່ມອາຊຽນ ໃນການພັດທະນາແບບຍືນຍົງ ແລະ ເຊື່ອມຕໍ່ພາກພື້ນ”, ເພື່ອແນໃສ່ຍົກສູງບົດບາດຂອງຊາວໜຸ່ມໃນການສ້າງສາ, ເຊື່ອມໂຍງ ແລະ ເຊື່ອມຕໍ່ກັບປະຊາຄົມອາຊຽນ.

        ເຂົ້າຮ່ວມກອງປະຊຸມ, ນອກຈາກການສະໜັບສະໜູນຂໍ້ລິເລີ່ມລວມຂອງລາວ ແລ້ວ, ຍັງໄດ້ຊ່ວຍເຫຼືອຊາວໜຸ່ມມີເງື່ອນໄຂຮ່ຳຮຽນ, ປະດິດຄິດສ້າງ ແລະ ອຸທິດສ່ວນເພື່ອປະຊາຄົມອາຊຽນ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຄະນະຜູ້ແທນຫວຽດນາມ ໂດຍທ່ານເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດຫວຽດນາມ ຫວຽນແອັງຕ໊ວນ ນຳໜ້າ, ໄດ້ເຂົ້າຮ່ວມການປຶກສາຫາລືທີ່ບັນດາເວທີປາໄສ 2 ຝ່າຍ ແລະ ຫຼາຍຝ່າຍ, ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ.

        ກອງປະຊຸມຍັງມີວາລະປຶກສາຫາລືກັບ 3 ປະເທດຄູ່ຮ່ວມມືແມ່ນຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ພ້ອມກັບບັນດາເວທີປາໄສຢູ່ນອກກອງປະຊຸມ, ເພື່ອແລກປ່ຽນບັນດາບັນຫາກ່ຽວຂ້ອງເຖິງການພັດທະນາ ແລະ ການຮ່ວມມືຂອງຊາວໜຸ່ມບັນດາປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ