ຊຸກຍູ້ບັນດາຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ສະຫະພັນ ລັດເຊຍ

(VOVWORLD) - ລັດເຊຍ ມີທ່າແຮງໃນ 3 ຂົງເຂດແມ່ນລັດຖະບານເອເລັກໂຕນິກ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ນະຄອນອັດສະລິຍະ ແລະ ສາມາດຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດນີ້.

ວັນທີ 22 ພຶດສະພາ, ເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ດຳເນີນໄປຢູ່ນະຄອນຫລວງ ມົດສະກູ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Maxim Akimov ຢັ້ງຢືນວ່າ: ຫວຽດນາມ ເປັນຄູ່ຮ່ວມມືຫຼັກແຫຼ່ງຂອງ ລັດເຊຍ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ດ້ວຍວົງເງິນການຄ້າ ຫວຽດນາມ - ລັດເຊຍ ກວມເອົາ 1/3 ຍອດວົງເງິນການຄ້າລະຫວ່າງ ລັດເຊຍ ແລະ ອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Maxim Akimov ໃຫ້ຮູ້ວ່າ: ລັດເຊຍ ມີທ່າແຮງໃນ 3 ຂົງເຂດແມ່ນລັດຖະບານເອເລັກໂຕນິກ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ນະຄອນອັດສະລິຍະ ແລະ ສາມາດຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດນີ້.

ຊຸກຍູ້ບັນດາຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ສະຫະພັນ ລັດເຊຍ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ 

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງສະແດງໃຫ້ເຫັນຄວາມມຸ່ງຫວັງຕໍ່ການຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືກັບສະຫະພັນ ລັດເຊຍ ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ. ທ່ານກ່າວວ່າ:

        ວົງເງິນການຄ້າ 2 ສົ້ນບັນລຸເກືອບ 6 ຕື້ USD, ແມ່ນລະດັບຕ່ຳເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງ 2 ປະເທດ. ສະນັ້ນ, ກອງປະຊຸມນີ້ໄດ້ເປີດໜ້າປະຫວັດສາດໃໝ່ ເພື່ອໃຫ້ການຮ່ວມມືລະຫວ່າງ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ ພັດທະນາຮອບດ້ານ, ກ່ອນອື່ນໝົດແມ່ນການຄ້າ, ການລົງທຶນ, ການທ່ອງທ່ຽວ, ການບໍລິການທີ່ດີກ່ວາ. ຂ້າພະເຈົ້າຈະມີບັນດາການພົບປະກັບການນຳ ລັດເຊຍ ດ້ວຍຈຸດປະສົງຊຸກຍູ້ການພົວພັນຮ່ວມມື 2 ປະເທດແຮງກ່ວາ, ໄວກ່ວາ ແລະ ເຂົ້າສູ່ລວງເລິກ, ມີປະສິດທິຜົນໃນໄລຍະຈະມາເຖິງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ເນັ້ນໜັກເຖິງເລື່ອງຍູ້ແຮງການຄ້າ, ການລົງທຶນເຂົ້າ ຫວຽດນາມ ແລະ ເຂົ້າ ລັດເຊຍ ແມ່ນແຜນນະໂຍບາຍຢ່າງແຮງຂອງນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ຫວຽດນາມ ທີ່ໄປຢ້ຽມຢາມ ລັດເຊຍ ໃນຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ