ຊຸກຍູ້ບໍວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າໃນຂົງເຂດການເງິນ ຢູ່ ຫວຽດນາມ

(VOVWORLD) -ໃນວັນທີ 21 ສິງຫາ, ຢູ່ ໂຕກຽວ, ກະຊວງການເງິນ ຫວຽດນາມ ສົມທົບກັບ ກຸ່ມບໍລິສັດ Daiwa ຍີ່ປຸ່ນຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນດ້ານການເງິນ ດ້ວຍການເຂົ້າຮ່ວມຂອງ ນັບຮ້ອຍວິສາຫະກິດ ຍີ່ປຸ່ນ.

ຊຸກຍູ້ບໍວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າໃນຂົງເຂດການເງິນ ຢູ່ ຫວຽດນາມ - ảnh 1 ກອງປະຊຸມສົ່ງເສີມການລົງທຶນດ້ານການເງິນ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານ ດີງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ຢືນຢັນວ່າ: ລັດຖະບານ ຫວຽດນາມຢຶດໝັ້ນພັດທະນາເສດຖະກິດ - ສັງຄົມ ຕາມກົນໄກຕະຫຼາດ, ກຳນົດ 3 ຂົງເຂດບຸກທະລຸ ລວມມີ: ພັດທະນາ ແຫຼ່ງຊັບພະຍາກອນມະນຸດ; ປັບປຸງລະບອບການເສດຖະກິດຕະຫຼາດ; ພັດທະນາພື້ນຖານໂຄງລ່າງ. ດັ່ງນັ້ນ, ເພື່ອປະຕິບັດບັນດາຄາດໝາຍຍຸດທະສາດນີ້, ຄວາມຕ້ອງການກ່ຽວກັບແຫຼ່ງທຶນຫຼາຍທີ່ສຸດ, ພິເສດແມ່ນບັນດາແຫຼ່ງທຶນພ້ອມກັບ ວິຊາສະເພາະ  ແລະ ບົດຮຽນໃນການພັດທະນາ. ທ່ານ ລັດຖະມົນຕີ ດີງຕ໋ຽນຢູງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ພວມຊຸກຍູ້ຢ່າງແຮງການຫັນເປັນຫຸ້ນສ່ວນລັດວິສາຫະກິດ; ເປີດນຳໃຊ້ຕະຫຼາດຫຼັກຊັບອະນຸພັນ. ຕະຫຼາດຫຼັກຊັບສືບຕໍ່ແມ່ນແຫ່ຼງດຶງດູດການລົງທຶນທາງອອ້ມຈາກຕ່າງປະເທດ. ທ່ານ ລັດຖະມົນຕີ ດີງຕ໋ຽນຢູງ ຫວັງວ່າບັນດາກຸ່ມບໍລິສັດໃຫຍ່ດ້ານການເງິນຂອງ ຍີ່ປຸ່ນ ຈະເຂົ້າຮ່ວມການລົງທຶນໂດຍທາງອອ້ມເຂົ້າ ຫວຽດນາມ, ກາຍເປັນນັກລົງທຶນຍຸດທະສາດ, ນຳວົງເງິນ, ເຕັກນິກຄຸ້ມຄອງ, ເຕັກນິກສູງເຂົ້າ ຫວຽດນາມ.

        ໃນວັນດຽວກັນ, ທ່ານ ລັດຖະມົນຕີ ດີງຕ໋ຽນຢູງ ກໍ່ມີການພົບປະກັບ ທ່ານ Imaeda Soichiro ລັດຖະມົນຕີຮັບຜິດຊອບ, ຮອງລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ