ຊຸກຍູ້ຜັນຂະຫຍາຍຮູບແບບກວດກາ“ປະຕູດຽວ-ຈຸດນັດພົບດຽວ”ຢູ່ດ່ານຊາຍແດນສາກົນລາວບ໋າວ-ແດນສະຫວັນ

ຊຸກຍູ້ຜັນຂະຫຍາຍຮູບແບບກວດກາ“ປະຕູດຽວ-ຈຸດນັດພົບດຽວ”ຢູ່ດ່ານຊາຍແດນສາກົນລາວບ໋າວ-ແດນສະຫວັນ - ảnh 1
ດ່ານຊາຍແດນ ລາວບ໋າວ
(ພາບປະກອບ)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 13 – 16/2, ຄະນະ​ການ​ນຳ​ຂັ້ນ​ສູງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ລາວ ມີ​ການ​ເຮັດ​ວຽກ, ກວດກາ​ສະພາບ​ການ​ຕົວ​ຈິງ​ຢູ່​ດ່ານ​ຊາຍ​ແດນ​ສາກົນ ລາວ​ບ໋າ​ວ (ຫວຽດນາມ) - ​ແດນ​ສະຫວັນ (ລາວ) ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ ຫວຽດນາມ - ລາວ ກ່ຽວ​ກັບ​ການ​ຊຸກຍູ້​ຜັນ​ຂະຫຍາຍ​ຮູບ​ແບບ​ກວດກາ “ປະຕູ​ດຽວ-​ຈຸດ​ນັດ​ພົບ​ດຽວ” ຢູ່​ດ່ານ​ຊາຍ​ແດນ ສາກົນ​ລາວ​ບ໋າ​ວ -​ ແດນ​ສະຫວັນ. ທີ່​ກອງ​ປະ​ຊຸມ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ສັງ​ລວມຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ, ວັດຖຸອຸປະກອນ ​ແລະ ພາຫະນະ​ເຕັກນິກ, ຮັບປະກັນ​ໃຫ້ການ​ຜັນ​ຂະຫຍາຍ​ຮູບ​ແບບ​ກວດກາ “ປະຕູ​ດຽວ-​ຈຸດ​ນັດ​ພົບ​ດຽວ” ຢູ່​ດ່ານ​ຊາຍ​ແດນ ສາກົນ​ລາວ​ບ໋າ​ວ -​ ແດນ​ສະຫວັນ. ສ້າງ​ແຜນການ​ເຄື່ອນ​ໄຫວ​ເພື່ອ​ຮັບປະກັນປະຕິບັດ​ສຳ​ເລັດ​ວຽກ​ງານ​ກະກຽມ​ໃຫ້ການ​ຜັນ​ຂະຫຍາຍ​ຮູບ​ແບບ ​ແລະ ຈັດ​ຕັ້ງ​ການເຄື່ອນ​ໄຫວ​ທົດ​ລອງ​ຢູ່​ດານ​ຊາຍ​ແດນ​ສາກົນ ລາວ​ບ໋າ​ວ - ​ແດນ​ສະຫວັນ ກ່ອນ​ທີ່​ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1/1/2015. 2 ຝ່າຍ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວ​ຂ້ອງ​ເຖິງ 2 ປະ​ເທດ​ເພື່ອ​ຍົກ​ອອກ​ມາ​ວິທີການ​ເປັນ​ເອກະ​ພາບ ​ແລະ ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ, ຂໍ້​ຕິດ​ຄັດ​ລະຫວ່າງ 2 ຝ່າຍ, ຊ້າ​ສຸດ​ແມ່ນ​ຮອດ​ເດືອນ 11/2014 ຈະລາ​ຍງານ​ຕໍ່​ລັດຖະບານ 2 ປະ​ເທດ​ເພື່ອ​​ໃຫ້ຜັນ​ຂະຫຍາຍ​ຢ່າງ​ເປັນ​ທາງ​ການຮອດ​​ໃນວັນ​ທີ 1/1/2015.

ຂ່າວ/ບົດ​ອື່ນ