ຊຸກຍູ້ພັດທະນາການພົວພັນ ຫວຽດນາມ - ສິງກະໂປ

(VOVWORLD) - ທ່ານ ເຈິ່ນແທັງເມີ໋ນ ໄດ້ເນັ້ນໜັກເຖິງສາຍພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ທີ່ກໍາລັງພັດທະນາຢ່າງເຂັ້ມແຂງ, ມີປະສິດທິຜົນ ແລະ ບຸກທະລຸໃນຫຼາຍຂົງເຂດ. ຄວາມໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນ ແລະ ກັນ

ຊຸກຍູ້ພັດທະນາການພົວພັນ ຫວຽດນາມ - ສິງກະໂປ - ảnh 1ຜູ້ອຳນວຍການບໍລິຫານສະຫະສະມາຄົມ ສິງກະໂປ Desmond Tan ຢ່ຽມຊົມຫ້ອງວາງສະແດງມູນເຊື້ອຂອງແຮວໂຮມປະເທດຊາດ ຫວຽດນາມ

(ພາບ:Nguyễn Dân/TTXVN )

ຕອນບ່າຍວັນທີ 13 ສິງຫາ, ທີ່ ຮ່າໂນ້ຍ, ທ່ານເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເມິ໋ນ ໄດ້ໃຫ້ການຕ້ອນຮັບ ທ່ານຜູ້ອຳນວຍການບໍລິຫານສະຫະສະມາຄົມປະຊາຊົນ ສິງກະໂປ Desmond Tann, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ ເຈິ່ນແທັງເມີ໋ນ ໄດ້ເນັ້ນໜັກເຖິງສາຍພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ທີ່ກໍາລັງພັດທະນາຢ່າງເຂັ້ມແຂງ, ມີປະສິດທິຜົນ ແລະ ບຸກທະລຸໃນຫຼາຍຂົງເຂດ. ຄວາມໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນ ແລະ ກັນ ນັບມື້ນັບເພີ່ມຂື້ນຜ່ານການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຂະແໜງການຕ່າງໆ. ທ່ານ ເຈິ່ນແທັງເມີ໋ນ ຫວັງວ່າສະຫະສະມາຄົມປະຊາຊົນສິງກະໂປ ຈະສືບຕໍ່ສົມທົບ, ຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງຂອງສິງກະໂປ ສ້າງເງື່ອນໄຂສະດວກໃຫ້ແກ່ຊາວ ຫວຽດນາມ ທີ່ດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ສິງກະໂປ. ແນວໂຮມປະເທດຊາດ ຫວຽດນາມ ຍາມໃດກໍ່ຈະຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ວິສາຫະກິດ, ພົນລະເມືອງ ສິງກະໂປ ທີ່ກຳລັງ ທຳມາຫາກິນ, ດຳລົງຊີວິດ ຢູ່ຫວຽດນາມ ຕາມກຳນົດກົດໝາຍ.

ທ່ານ Desmond Tann ກໍ່ຢັ້ງຢືນວ່າ ສະຫະສະມາຄົມປະຊາຊົນ ສິງກະໂປ ຈະສືບຕໍ່ມານະພະຍາຍາມສຸດຄວາມສາມາດຂອງຕົນ ເພື່ອປະຕິບັດບັນດາເນື້ອໃນໃນເອກະສານທີ່ໄດ້ລົງນາມ, ຜ່ານນັ້ນ, ສືບຕໍ່ປັບປຸງ, ຊຸກຍູ້ການພົວພັນມິດຕະພາບ, ຄວາມເຂົ້າອົກເຂົາໃຈ ແລະ ຮ່ວມມື ລະຫວ່າງສອງອົງການຈັດຕັ້ງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນ ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ, ຄວາມສາມັກຄີມິດຕະພາບ ລະຫວ່າງ ປະຊາຊົນສອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ