ຊຸກຍູ້ອຸດສາຫະກໍາ 4.0 ເພື່ອເປົ້າໝາຍພັດທະນາມະນຸດຢູ່ຫວຽດນາມ

(VOVWORLD) -ວັນທີ 15 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດ - ສັງຄົມ (VASS) ສົມທົບກັບສະພາທິດສະດີສູນກາງ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດເຕັກໂນໂລຢີ 4.0 ແບບກວມລວມ, ເພື່ອແນໃສ່ຊຸກຍູ້ອຸດສາຫະກໍາ 4.0 ເພື່ອເປົ້າໝາຍພັດທະນາມະນຸດຢູ່ຫວຽດນາມ. 

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ສາດສະດາຈານ ດຣ. ດັ້ງງວຽນແອັງ, ຮອງປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ,ໃຫ້ຮູ້ວ່າ: ການຜະລິດ ແລະ ການຮັບສະໝັກພະນັກງານ ໄດ້ຮັບການຕີລາຄາວ່າ ແມ່ນສອງປັດໄຈສໍາຄັນທີ່ສຸດຂອງການພັດທະນາເສດຖະກິດຂອງປະເທດຊາດ.  ອຸດສາຫະກໍາ 4.0 ແມ່ນບາດລ້ຽວໃນປະຫວັດສາດມະນຸດ  ໄດ້ປ່ຽນແປງໃນທຸກດ້ານຂອງຊີວິດສັງຄົມຂອງມະນຸດ, ສົ່ງຜົນກະທົບຢ່າງແຮງເຖິງແງ່ມູນທັງໝົດຂອງເສດຖະກິດ-ສັງຄົມ, ນໍາມາເຊິ່ງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ໃນໄລຍະ 30 ປີ ນັບແຕ່ເມື່ອປະຕິບັດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ຫວຽດນາມບັນລຸໄດ້ລະດັບການເຕີບໂຕສູງພໍສົມຄວນ ຍ້ອນບັນດາກໍາລັງໜູນທີ່ໄດ້ສ້າງຂຶ້ນຜ່ານບັນດາການປະຕິຮູບເສດຖະກິດ ເພື່ອຫັນປ່ຽນຈາກແຜນການລວມສູນມາເປັນພື້ນຖານເສດຖະກິດຕະຫຼາດຕາມ ກໍານົດທິດສັງຄົມນິຍົມ. ຜ່ານນັ້ນ, ຫວຽດນາມ ບັນລຸໄດ້ບັນດາໝາກຜົນສໍາຄັນໃນທັງສາມຂົງເຂດ ສ້າງບັນດາເສົາຄໍ້າຂອງການເຕີບໂຕກວມລວມ.

        ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນສຸມໃສ່່ປຶກສາຫາລື ກ່ຽວກັບບັນດາຮູບແບບ ເພື່ອໃຫ້ອຸດສາຫະກໍາ 4.0 ກາຍເປັນກວມລວມກວ່າຢູ່ບັນດາປະເທດ ຄືຫວຽດນາມ, ພ້ອມທັງກໍານົດບັນດາຫົວຂໍ້ຄົ້ນຄວ້າໃນອະນາຄົດ ແລະ ບັນດາການເຄື່ອນໄຫວຮ່ວມມືກັບບາງປະເທດ ເພື່ອຊຸກຍູ້ເສດຖະກິດອຸດສາຫະກໍາ 4.0 ກາຍເປັນກວມລວມກວ່າ.


ຕອບກັບ

ຄຳສີ ປ່ຽງວໍລະວົງ

ບົດຄວາມ ທີ່ກ່ຽວກັບການປະຕິວັດອຸດສາຫະກຳ 4.0 ແມ່ນມິຄວາມສຳຄັນ ໃນຍຸກສະໄໝແຫ່ງການພັດທະນາເສດຖະກິດ-ສັງຄົມ ໃນຍຸກການພົວພັນ ເຊື່ອມໂຍ ... ອ່ານຕໍ່

ຄຳສີ ປ່ຽງວໍລະວົງ

ບົດຄວາມ ທີ່ກ່ຽວກັບການປະຕິວັດອຸດສາຫະກຳ 4.0 ແມ່ນມິຄວາມສຳຄັນ ໃນຍຸກສະໄໝແຫ່ງການພັດທະນາເສດຖະກິດ-ສັງຄົມ ໃນຍຸກການພົວພັນ ເຊື່ອມໂຍ ... ອ່ານຕໍ່

ທ. ຄຳສີ ປ່ຽງວໍລະວົງ

ສຳລັບ ສປປລາວ ຄວນລິເລິ່ມ ຄົ້ນຄວ້າສືກສາ ປະເດັນ ຄໍາວ່າ ອຸດສາຫະກຳ 4.0 ຢ່າງເລີກເຊີ່ງ ພ້ອມນັ້ນກໍ່ນຳເອົາ ປະເດັນນີ້ເຂົ້າສູ່ການນຳ ... ອ່ານຕໍ່

ຂ່າວ/ບົດ​ອື່ນ