ຊູດັງ: ອຳນາດການປົກຄອງການທະຫານຈະເຊື່ອມຕໍ່ເຈລະຈາກັບກຳລັງແຫ່ຂະບວນປະທ້ວງຄືນໃໝ່

(VOVWORLD) - ແຈ້ງການຂອງ TMC ຊີ້ແຈ້ງວ່າ: ບັນດາການເຈລະຈາກັບສະຫະພັນເພື່ອຄວາມເສລີພາບ ແລະ ປ່ຽນແປງ ຈະດຳເນີນຢູ່ທຳນຽບປະທານາທິບໍດີໃນວັນທີ 19 ພຶດສະພາ.
ຊູດັງ: ອຳນາດການປົກຄອງການທະຫານຈະເຊື່ອມຕໍ່ເຈລະຈາກັບກຳລັງແຫ່ຂະບວນປະທ້ວງຄືນໃໝ່ - ảnh 1 ອຳນາດການປົກຄອງການທະຫານຈະເຊື່ອມຕໍ່ເຈລະຈາກັບກຳລັງແຫ່ຂະບວນປະທ້ວງຄືນໃໝ່ (ພາບ: TTXVN)

ວັນທີ 18 ພຶດສະພາ, ສະພາການທະຫານມອບໂອນ (TMC) ຢູ່ ຊູດັງ ປະກາດວ່າ ບັນດາການເຈລະຈາກັບການນຳຂອງກຳລັງແຫ່ຂະບວນປະທ້ວງຈະໄດ້ເຊື່ອມຕໍ່ຄືນໃໝ່ໃນວັນທີ 19 ພຶດສະພາ, ພາຍຫລັງ TMC ຢຸດຕິບັນດາການເຈລະຈາກ່ຽວກັບການມອບໂອນສິດອຳນາດໃຫ້ອຳນາດການປົກຄອງພົນລະເຮືອນຢູ່ປະເທດນີ້ເປັນເວລາ 4 ວັນ. ແຈ້ງການຂອງ TMC ຊີ້ແຈ້ງວ່າ: ບັນດາການເຈລະຈາກັບສະຫະພັນເພື່ອຄວາມເສລີພາບ ແລະ ປ່ຽນແປງ ຈະດຳເນີນຢູ່ທຳນຽບປະທານາທິບໍດີໃນວັນທີ 19 ພຶດສະພາ.

        ກ່ອນໜ້ານັ້ນ, ວັນທີ 16 ພຶດສະພາ, TMC ໄດ້ຢຸດຕິບັນດາການປຶກສາຫາລືກັບກຳລັງແຫ່ຂະບວນປະທ້ວງໃນເວລາ 72 ຊົ່ວໂມງ ກ່ຽວກັບການສ້າງຕັ້ງອຳນາດການປົກຄອງພົນລະເຮືອນຢູ່ປະເທດນີ້. ທ່ານປະທານ TMC Abdel-Fattah Al-Burhan ໃຫ້ຮູ້ວ່າ: ເລື່ອງຢຸດຕິບັນດາການເຈລະຈາແມ່ນເພືຶ່ອ “ສ້າງບັນຍາກາດເພື່ອໃຫ້ຂໍ້ຕົກລົງສຳເລັດໂດຍສົມບູນ”.

ຕອບກັບ

ຂ່າວ/ບົດ​ອື່ນ