ຊີຣີ:ມີຜູ້ຖືກເສຍຊີວິດເກືອບ20 ຄົນໃນເຫດບຸກໂຈມຕີທາງອາກາດຂອງທະຫານປະສົມ

ຊີຣີ:ມີຜູ້ຖືກເສຍຊີວິດເກືອບ20 ຄົນໃນເຫດບຸກໂຈມຕີທາງອາກາດຂອງທະຫານປະສົມ - ảnh 1
ພາບ​ປະ​ກອບ

(vovworld)- ວັນ​ທີ 13/4, ​ທະ​ຫານ​ປະ​ສົມ ໂດຍ​ອາ​ເມ​ລິ​ກາ ນຳ​ຫ​ນ້າ ຢູ່ ຊີ​ຣີ ​ຮັບ​ຮູ້​ວ່າ: ໄດ້​ “ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຫລົງ​ເປົ້າ​ໝາຍ” ໃສ່​ບັນ​ດາ​ມື​ປືນ​ຂຶ້ນ​ກັບ​ບັນ​ດາ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ຣີ ໂດຍ ວໍ​ຊິງ​ຕັນ ຫ​ນູນ​ຫລັງ ຢູ່ ເຂດ​ມໍ່​ກັບ​ເທດ​ສະ​ບານ​ສຳ​ຄັນ ຢູ່ ພາກ​ເຫ​ນືອ ຊີ​ຣີ ເຮັດ​ໃຫ້​ສະ​ມາ​ຊິກຂອງ​ກຳ​ລັງ​ນີ້ 18 ຄົນ​ຖືກ​ເສຍ​ຊີ​ວິດ. ໃນ​ຖະ​ແຫລງ​ການ​,  ທະ​ຫານ​ປະ​ສົມ​ດັ່ງ​ກ່າວ ໃຫ້​ຮູ້​ວ່າ: ການ​ບຸກ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ຢູ່​ທາງ​ທິດ​ໃຕ້ Tabqa ຊື່ງ​ແມ່ນ​ເທດ​ສະ​ບານ​ມີ​ລະ​ດັບ​ສຳ​ຄັນ​ດ້ານ​ຍຸດ​ທະ​ສາດ​ຢູ່​ແຄມ ແມ່​ນ້ຳ Euphrates. ຖະ​ແຫລງ​ການ​ໄດ້​ຊີ້​ແຈ້ງວ່າ: “ການ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ ໂດຍ​ບັນ​ດາ​ກຳ​ລັງ​ຄູ່​ຮ່ວມ​ມື​ຮຽກ​ຮ້ອ​ງ​ປະ​ຕິ​ບັດ. ເຂົາ​ເຈົ້າ​ໄດ້​ກຳ​ນົດ​ທີ່​ຕັ້ງ​ແມ່ນ​ທີ່​ຕັ້ງ​ການ​ສູ້​ຮົບ​ຂອງ IS. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຈິງນັ້ນ​ແມ່ນ​ຖານ​ທີ່​ໝັ້ນ​ຂອງ​ບັນ​ດາ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ຣີ. ປະ​ຈຸ​ບັນ ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ຣີ ແລະ ວົງ​ການ​ເຈົ້າ​ຫ​ນ້າ​ທີ່​ທະ​ຫານ​ປະ​ສົມພວມ​ຕີ​ລາ​ຄາ​ສາຍ​ເຫດ​ເກີດ​ເຫດ​ການ​ດັ່ງ​ກ່າວ ແລະ ຈະ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຢ່າງ​ເໝາະ​ສົມ ເພື່ອ​ຫລີກ​ລ້ຽງ​ເກີດ​ເຫດ​ຄ​ື​ດັ່ງ​ກ່າວ​ອີກ​ໃນ​ອະ​ນາ​ຄົດ. 


ຕອບກັບ

ຂ່າວ/ບົດ​ອື່ນ