ຊື່ສຽງຮຽງນາມຂອງພົນເອກຫວໍງວຽນຢາບຕິດພັນກັບໄຊຊະນະທີ່ມີຄວາມໝາຍສາກົນຂອງກອງທັບປະຊາຊົນຫວຽດນາມ

ຊື່ສຽງຮຽງນາມຂອງພົນເອກຫວໍງວຽນຢາບຕິດພັນກັບໄຊຊະນະທີ່ມີຄວາມໝາຍສາກົນຂອງກອງທັບປະຊາຊົນຫວຽດນາມ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ
ພາບ:VOV

(vovworld)- ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ 105 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ (25/8/1911-25/8/2016), ຕອ​ນ​ເຊົ້າ​ວັນ​ທີ 23/8 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ດ້ວຍ​ຫົວ​ຂໍ​້​ວ່າ: “ພົນ​ເອກ ຫວໍ​ງວຽນ​ຢາບ ກັບ​ການ​ປະ​ຕິ​ວັດ​ຫວຽດ​ນາມ”. ທີ່​ການ​ພົບ​ປະ​ສົນ​ທະ​ນາ, ບັນ​ດາ​ຜູ້​ແທນ​ພ້ອມ​ກັນ​ແລກ​ປ່ຽນ​ກ່ຽວ​ກັບ​ຊີ​ວິດ, ພາ​ລະ​ກິດ, ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ຕິ​ວັດ​ທີ່​ສະ​ຫລາດ​ສ່ອງ​ໃສ​ຂອງ​ນັກ​ຮົບ​ກອມ​ມູ​ນິດ ແລະ ຢືນ​ຢັນ​ວ່າ: ດ້ວຍ 80 ກວ່າ​ປີແຫ່ງ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ, ພົນ​ເອກ ຫວໍ​ງວຽນ​ຢາບ ໄດ້​ມີ​ການ​ອຸ​ທິດ​ສ່ວນ​ອັນ​ໃຫຍ່​ຫລວ​ງ​ຫລາຍ​ຢ່າງ ແລະ ດີ​ເດັ່ນພິ​ເສດສຳ​ລັບ​ພາ​ລະ​ກິດ​ຂອງ​ພັກ, ຂອງ​ຊາດ ແລະ ການ​ປະ​ຕິ​ວັດ​ຫວຽດ​ນາມ. ຊື່​ສຽງ​ຮຽງ​ນາມ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ ຕິດ​ພັນ​ກັບ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ​ ​ປະ​ຫວັດ​ສາດ ທີ່ມ​ີ​ຄວາມ​ໝາຍ​ສາ​ກົນ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ຢືນ​ຢັນວ່າ: ຊີ​ວິດ ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ ຍາມ​ໃດ​ກໍ​ແມ່ນ​ແບບ​ຢ່າງ​ຂອງ​ນັກ​ວັດ​ທະ​ນະ​ທຳ​ໃຫຍ່ຜູ້​ຫນຶ່ງ​ທີ່​ມີ​ຄວາມ ຊື່​​ຕົງ​ບໍ​ລິ​ສຸດ, ລຽບ​ງ່າຍ ແລະ ອະ​ນຸ​ໂລມ. ບັນ​ດາ​ການ​ອຸ​ທິດ​ສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ ໄດ້​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະ​ຊາ​ຊົນ​ຕະ​ຫລອດ​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ