ຊອກຫາທິດທາງພັດທະນາກະສິກຳ ຫວຽດນາມ

(VOVWORLD) - ວັນທີ 13 ມິຖຸນາ, ກອງປະຊຸມສະໄໝສາມັນຄັ້ງທີ 3, ສະພາແຫ່ງຊາດຊຸດທີ 14 ເລີ່ມດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ. ເຊິ່ງແກ່ຍາວເປັນເວລາ 3 ວັນ, ແຕ່ວັນທີ 13 -15 ມິຖຸນາ, ລັດຖະມົນຕີ 4 ທ່ານ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນ) ຕອບບັນດາຄຳຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ).
ຊອກຫາທິດທາງພັດທະນາກະສິກຳ ຫວຽດນາມ  - ảnh 1 ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກື່ອງ ທີ່ວາລະຊັກຖາມ

ຕອນເຊົ້າວັນທີ 13 ມິຖຸນາ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກື່ອງ ແມ່ນສະມາຊິກລັດຖະບານຜູ້ທຳອິດຈະຕອບຄຳຊັກຖາມ. ການຊັກຖາມຂອງທ່ານລັດຖະມົນຕີ ສຸມໃສ່ມາດຕະການ ແລະ ຂັ້ນຕອນປະຕິບັດມີປະສິດທິຜົນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ໃນໄລຍະຈະມາເຖິງ, ມາດຕະການຍົກສູງຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງຂອງຜະລິດຕະພັນ, ການຜະລິດຕ້ອງຕິດພັນກັບການບໍລິໂພກ ອຸປະໂພກ, ມຸ່ງໄປເຖິງການພັດທະນາກະສິກຳແບບຍືນຍົງ.

        ຕາມທ່ານລັດຖະມົນຕີ ຫງວຽນຊວນເກື່ອງແລ້ວ, ຂະແໜງກະສິກຳ ຫວຽດນາມ ພວມຜະລິດແບບຂະໜາດນ້ອຍ, ຮັບຄວາມສ່ຽງຈາກຜົນສະທ້ອນຈາກດິນຟ້າອາກາດຢ່າງງາຍດາຍ. ພິເສດ, ການເຊື່ອມໂຍງກໍ່ແມ່ນສິ່ງທ້າທາຍບໍ່ໜ້ອຍກັບກະສິກຳໃນໄລຍະຕົ້ນ. ດັ່ງນັ້ນ, ການສ້າງໂຄງປະກອບກະສິກຳຄືນໃໝ່ແມ່ນຈຳເປັນທີ່ສຸດ.

        ກ່ຽວກັບຄວາມສາມາດບົ່ມຊ້ອນການຜະລິດສິນໃນນ້ຳ, ທ່ານລັດຖະມົນຕີ ຫງວຽນຊວນເກື່ອງ ຖືວ່າ:

        “ພວກຂ້າພະເຈົ້າໄດ້ມອບໝາຍໃຫ້ບັນດາສະຖານບັນຄົ້ນຄ້ວາໃຫ້ໄດ້ບັນຫາແນວພັນສັດລ້ຽງ, ຕ້ອງເປັນເຈົ້າການ. ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານເຂດເຕັກໂນໂລຢີສູງກ່ຽວກັບກຸ້ງຢູ່ ບາກລຽວ, ກ້ວາງປະມານ 400 ເຮັກຕາ. ຢູ່ທີ່ນີ້, ພວກເຮົາຈະຄົ້ນຄ້ວາ, ຖ່າຍທອດບັນດາເຕັກນິກ, ແນວພັນ, ຂັ້ນຕອນການຜະລິດ. ກ່ຽວກັບຄວາມສາມາດບົ່ມຊ້ອນການຜະລິດສິນໃນນ້ຳເວົ້າລວມ, ຫວຽດນາມ ຍັງມີທີິ່ດິນຫຼາຍ ແຕ່ຖ້ານຳໃຊ້ບໍ່ດີ ຈະສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ. ດັ່ງນັ້ນພວກເຮົາຕ້ອງປະຕິບັດການວາງແຜນການຢ່າງເຂັ້ມງວດ, ດຳເນີນການຜະລິດຕາມລະບົບ, ບໍ່ໄດ້ພັດທະນາການຜະລິດແຕ່ພັດຜົນສະທ້ອນເຖິງສິ່ງແວດລ້ອມ, ສົ່ງຜົນສະທ້ອນເຖິງການທ່ອງທ່ຽວ, ເຖິງແຫຼ່ງນ້ຳບາດານ.”

        ເຂົ້າຮ່ວມການຕອບຄຳຊັກຖາມໃນຕອນເຊົ້າວັນທີ 13 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ໄດ້ເຕື້ອງເຖິງມາດຕະການສັງລວມເພື່ອຍົກສູງກຳລັງຄວາມແກ່ງແຍ້ງຂອງຂະແໜງກະສິກຳເວົ້າລວມໃນນັ້ນມີບັນດາຜະລິດຕະພັນກະສິກຳ.

        “ກ່ອນອື່ນໝົດແມ່ນປັບປຸງລະບອບຄົບຊຸດເພື່ອສ້າງກຳລັງໜູນພັດທະນາ, ໃນນັ້ນສ້າງເງື່ອນໄຂເພື່ອໃຫ້ຊາວກະສິກອນ, ວິສາຫະກິດ ໄດ້ສຳພັດຢ່າງສະເໝີພາບກັບບັນດາແຫຼ່ງກຳລັງກ່ຽວກັບທຶນຮອນ, ພາສີອາກອນ, ພື້ນຖານໂຄງລ່າງ, ປ່ຽນໃໝ່ຮູບແບບການເຕີບໂຕໃນກະສິກຳ. ບັນຫາໜຶ່ງອີກແມ່ນແກ້ໄຂບັນດາສິ່ງຕິດຂັດໃນການຜະລິດກະສິກຳ, ນັ້ນແມ່ນບັນຫາກຳນົດທີດິນ.”

ຕອບກັບ

ຂ່າວ/ບົດ​ອື່ນ