ຊາປາ,ໂຮ້ຍອານແລະອ່າວຮ້າລອງໄດ້ຮັບການຄັດເລືອກເປັນສະຖານທີ່ທ່ອງທ່ຽວງາມກວ່າໝູ່ຢູ່ອາຊີ

ຊາປາ,ໂຮ້ຍອານແລະອ່າວຮ້າລອງໄດ້ຮັບການຄັດເລືອກເປັນສະຖານທີ່ທ່ອງທ່ຽວງາມກວ່າໝູ່ຢູ່ອາຊີ - ảnh 1
ນາ​ຂັ້ນ​ໄດ​ຢູ່ ຊາ​ປາ
(vovworld)- ວາ​ລະ​ສານ Conde Nast Traveler ຂອງ​​ອາ​ເມ​ລິ​ກາ ຫາ​ກໍ​ຄັດ​ເລືອກ ແລະ ປະ​ກາດ​ບັນ​ຊີ​ລາຍ​ຊື່ 50 ສະ​ຖານ​ທີ່​ທ່ອງ​ທ່ຽວ​ງາມກວ່າ​ໝູ່​ຢູ່ ອາ​ຊີ, ໃນ​ນັ້ນ ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ 3 ແຫ່ງ​ຂອງຫວຽດ​ນາມ​ຄື: ຊາ​ປາ, ໂຮ້ຍ​ອານ ແລະ ອ່າວ​ຮ້າ​ລອງ. ​ຈັດ​ອັນ​ດັບ​ທີ 36, 37, 38 ຕາມ​ລຳ​ດັບໃນ​ບັນ​ຊີ​ລາຍ​ຊື່, ຊາ​ປາ, ໂຮ້ຍ​ອານ ແລະ ອ່າວ​ຮ້າ​ລອງ ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ເຊີດ​ຊູ ແມ່ນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ງາມກວ່າ​ໝູ່​ຢູ່ ອາ​ຊີ ຊື່ງ​ນັກ​ທ່ອງ​ທ່ຽວ​ຄວນ​ແວ່​ຢາມ.  ວາ​ລະ​ສານ​ດັ່ງ​ກ່າວ​ຕີ​ລາ​ຄາ​ວ່າ: ເທດ​ສະ​ບານ ຊາ​ປາ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈັບ​ອົກ​ຈັບ​ໃຈ ດ້ວຍ​ອາ​ກາດ​ປອດ​ໂປ່ງ ເຢ​ັນ​ສະ​ບາຍ ເຕັມ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ. ໂດຍ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໄດ້ຈັດ​ເຂົ້າບັນ​ຊີ​ລາຍ​ຊື່​ບັນ​ດາ​ສະ​ຖານ​ທີີ່​ທ່ອງ​ທ່ຽວ​ຈັບ​ອົກ​ຈັບ​ໃຈ​ໂດຍ​ບັນ​ດາ​ຫນ້າ​ເວັບ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຄັ​ັດ​ເລືອກ​ເປັນ​ຫລາຍ​ຄັ້ງ​ແລ້ວ, ໂຮ້ຍ​ອານ ແຂວງ ກວ໋າງ​ນາມ ແມ່ນ​ນະ​ຄອນ​ເກົ່າ ຍັງ​ຄົງ​ຮັກ​ສາ​ຄວາມ​ງາມ​ແບບດັ້ງ​ເດີມ​ໄວ້​ໄດ້ ແລະ ຍາ​ມ​ໃດ​ກໍ​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ສ່ວນ​ອ່າວ​ຮ້າ​ລອງ ແຂວງກວາງ​ນີງ, ກ​ໍ່​ແມ່ນ​ສະ​ຖານ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ​ເປັນ​ຫລາຍ​ເທື່ອ​ແລ້ວ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຍ້ອນ​ມີ​ເກາະ​ໃຫຍ່​ນ້ອ​ຍ​ນັບ​ພັນ​ແຫ່ງ ສ້າງ​ເປັນ​ທັດ​ສະ​ນີ​ສະ​ພາບ​ສວຍ​ງາມ​ບົນ​ທະ​ເລ.
ຊາປາ,ໂຮ້ຍອານແລະອ່າວຮ້າລອງໄດ້ຮັບການຄັດເລືອກເປັນສະຖານທີ່ທ່ອງທ່ຽວງາມກວ່າໝູ່ຢູ່ອາຊີ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ