ຊາວ ອັງກິດ ສົງໄສຕໍ່ອະນາຄົດຂອງລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ

ຊາວ ອັງກິດ ສົງໄສຕໍ່ອະນາຄົດຂອງລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ - ảnh 1
ຊາວ ອັງກິດ ສົງໄສຕໍ່ອະນາຄົດຂອງ
ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ
(ພາບປະກອບ)

(vovworld) - ຕາມ​ການ​ສຳ​ຫລວດ​ໃໝ່​ສຸດ ເຊິ່ງບໍລິສັດ​ທີ່ປຶກສາ​ຄົ້ນຄວ້າ​ຕະຫລາດ  ​ເຊິ່ງປະຕິບັດ​ໃຫ້​ໜັງສື​ພິມ Observer ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ ອັງກິດ ຜູ້​ຖືກ​ຖາມສ່ວນ​ຫລາຍ​ຖື​ວ່າ: ​ເລື່ອງ ອັງກິດ ຖອນ​ອອກ​ຈາກ ສະຫະພາບ ​ເອີ​ລົບ (ອີ​ຢູ) ຈະ​​ເພີ່ມ​ຄວາມ​ແຕກ​ທະລາ​ຍ​ໃນ​ລາຊະ​ອານາ​ຈັກ ອັງກິດ ​ແລ​ະ ອຽກລັງ​ເໜືອ. ຊາວ​ ອັງກິດ ​ຜູ້​ຖືກ​ຖານ 54% ໃຫ້​ຮູ້​ວ່າ: ການ​ລົງ​ປະຊາ​ມະຕິທີ່​ກ່ຽວຂ້ອງ​ເຖິງ​ບັນຫາ Brexit ຈະ​ພາໃຫ້ການ​ແບ່ງ​ແຍກ​ນີ້ ຄ່ອຍໆ​ປະກົດ​ຜົນ​ເປັນ​ຈິງ. ​ໃນ​ຂະນະ​ນັ້ນ, ຈຳນວນຊາວ Scotland ​ເຂົ້າ​ຮ່ວມ​ການ​ສຳຫລວດ 63% ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບັນຫາ​ດັ່ງ​ກ່າວ. ໝາກຜົນ​ແຫ່ງ​ການ​ສຳ​ຫລວດ​ດັ່ງກ່າວ ອາດ​ຈະ​ແມ່ນຂ່າວ​ບໍ່​ດີ​ໃຫ້​ລັດຖະບານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ Theresa May ​ເມື່ອ​ທ່ານ​ນາງ May ​ໄດ້ວາງແຜນການ​​ໄປຢາມ Wales, Scotland ​ແລະ ອຽກລັງ​ເໜືອ ​ເພື່ອແນໃສ່ ສ້າງຄວາມເຫັນດີ​ເຫັນ​ພ້ອມ ກ່ອນ​ທີ່​ຈະ​ປະຕິບັດ​ມາດຕາ 50 ​ໃນ​ສົນທິສັນຍາ Lisbon ໃນ​ທ້າຍ​ເດືອນ​ນີ້, ​ເພື່ອ​ກ້າວ​ເຂົ້າ​ວິວັດທະນາ​ການ Brexit ຢ່າງ​ເປັນ​ທາງ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ